ສຸມ​ໃສ່​ຜັນ​ຂະ​ຫຍາຍ​ແຜນ​ການ​ສັງ​ລວມ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ທະ​ເລ​ຫວຽດ​ນາມ

(VOVWORLD) - ສຸມໃສ່ປະຕິບັດແຜນການ, ໂຄງການ, ແຜນຮ່າງ, ລາຍການ, ໜ້າທີ່ໄດ້ມອບໝາຍຢ່າງມີປະສິດທິຜົນ; ກະກຽມແຜນການສັງລວມການປະຕິບັດມະຕິຂອງລັດຖະບານເປັນຢ່າງດີ ເພື່ອປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045…
ສຸມ​ໃສ່​ຜັນ​ຂະ​ຫຍາຍ​ແຜນ​ການ​ສັງ​ລວມ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ທະ​ເລ​ຫວຽດ​ນາມ - ảnh 1

ສະພາບກອງປະຊຸມ (ພາບຈາກກະຊວງຊັບພະຍາກອນ ແລະ ສິ່ງແວດລອ້ມ)

ນີ້ແມ່ນບັນດາໜ້າທີ່ຕົ້ນຕໍ ໂດຍກົມໃຫ່ຍທະເລ ແລະ ໝູ່ເກາະຫວຽດນາມ ໄດ້ວາງອອກທີ່ກອງປະຊຸມຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2020 ຈັດຂຶ້ນໃນຕອນບ່າຍວັນທີ 17 ກໍລະກົດ.

   ຕາມນັ້ນແລ້ວ, ກົມໃຫ່ຍທະເລ ແລະ ໝູ່ເກາະຫວຽດນາມ ສືບຕໍ່ສ້າງແຜນການສັງລວມຜັນຂະຫຍາຍການປະຕິບັດໂຄງການຈຸດສຸມສຳຫຼວດຊັບພະຍາກອນທຳມະຊາດ, ສິ່ງແວດ ລ້ອມທະເລ ແລະ ໝູ່ເກາະໂດຍພື້ນຖານ; ບັນດາຂໍ້ກຳນົດດ້ານການເງິນ, ຂໍ້ກຳນົດດ້ານເຕັກນິກສຳລັບບັນດາໜ້າທີ່, ໂຄງການທີ່ຂຶ້ນກັບໂຄງການຈຸດສຸມ; ສືບຕໍ່ຄົ້ນຄ້ວາ, ສະເໜີບັນດາມາດຕະການສ້າງພື້ນຖານຂໍ້ມູນສຳຫຼວດທະເລ, ໝູ່ເກາະໂດຍພື້ນຖານໃຫ້ສຳເລັດ ເພື່ອຍົກສູງປະສິດທິຜົນວຽກງານຄຸ້ມຄອງລັດ, ຮັບປະກັນການຫັນເປັນດີຈີຕອນ, ສະສົມ ແລະ ແບ່ງປັນກັບບັນດາທ້ອງຖິ່ນແຄມທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ