ສຸມໃສ່ພັດທະນາເສດຖະກິດ,ສັງຄົມ,ຫລຸດຜ່ອນຄວາມທຸກຍາກຢ່າງໝັ້ນຄົງໃນເຂດໄຕງວຽນ

ສຸມໃສ່ພັດທະນາເສດຖະກິດ,ສັງຄົມ,ຫລຸດຜ່ອນຄວາມທຸກຍາກຢ່າງໝັ້ນຄົງໃນເຂດໄຕງວຽນ - ảnh 1
ກອງ​ປະຊຸມ​ສະຫລຸບ 6 ​ເດືອນ​ຕົ້ນປີ ​ແລະ ປຶກສາ​ຫາລື​ບັນດາ​
ມາດ​ຕະການ​ປະຕິບັດ​ໜ້າ​ທີ່ 6 ​ເດືອນ​ທ້າຍ​ປີ 2016

(vovworld) - ​ ຕອນ​ບ່າຍ​ວັນ​ທີ 30/07 ຢູ່​ແຂວງ ດັກ​ລັກ, ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ 6 ​ເດືອນ​ຕົ້ນປີ ​ແລະ ປຶກສາ​ຫາລື​ບັນດາ​ມາດ​ຕະການ​ປະຕິບັດ​ໜ້າ​ທີ່ 6 ​ເດືອນ​ທ້າຍ​ປີ 2016. ທີ່​ກອງ​ປະຊຸມ, ທ່ານ ​ໂຕ​ເລີມ ລັດຖະມົນຕີ​ກະຊວງ​ຕຳຫລວດ ຫວຽດນາມ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ​ເນັ້ນ​ໜັກ​ວ່າ:

        “ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ຄວນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ເພື່ອ​ຜັນ​ຂະຫຍາຍ​ຂໍ້ສະຫລຸບຂອງ​ນາຍົກລັດຖະມົນຕີທີ່ກອງ​ປະຊຸມ​ ກັບ​ບັນດາ​ແຂວງ​ໄຕງວຽນຢ່າງ​ມີ​ປະສິດທິ​ຜົນ; ສູ້​ຊົນ​ຍູ້​ໄວ​ລະດັບ​ເຕີບ​ໂຕ ​ແລະ ຫັນປ່ຽນ​​ໂຄງ​ປະກອບເສດຖະກິດ, ຍົກ​ສູງ​ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ; ສ້າງ​ກົນ​ໄກ​ພິ​ເສດສະ​ເພາະ​ໃໝ່ ​ແລະ ບຸລິມະສິດການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ປົກ​ປັກຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງກັນ​ຄວາມ​ສະຫງົບ​ໃຫ້​ເຂດ​ໄຕງວຽນ. ຄວນ​ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ, ຮັກສາ​ປ່າ​ ​ເປັນ​ຢ່າງ​ດີ; ປະຕິບັດ​ບັນດາ​ມາດ​ຕະການ​ພັດທະນາ, ຟື້ນ​ຟູ​ປ່າ​ ​ໃຫ້​ໝັ້ນຄົງ; ພັດທະນາຊົນລະປະທານ​ເຂດ​ໄຕ​ງວຽນຈົນ​ຮອດ​ປີ 2020 ຕາມ​ທິດ​ໃຫ້​ບຸລິມະສິດ​ບັນດາ​ກິດຈະກຳ​ຈຸ​ດສຸມ.

        ​ໃນ 6 ​ເດືອນ​ຕົ້ນ​ປີ 2016, ​ເຖິງ​ວ່າ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ​ໂດຍ​ຜົນ​ກະທົບ​ຈາກ​ໄພ​ແຫ້ງ​ແລ້ງ​ທີ່​ແກ່ຍາວ, ບັນດາ​ແຂ​ວງ ​ໄຕ​ງວຽນ ສືບ​ຕໍ່​ຮັກສາ​​​ລະດັບ​ເຕີບ​ໂຕຍ​ອດຜະລິດ​ຕະພັນ​​ໃນ​ບໍລິ​ເວນ​ປະມານ 6%. ​ໂຄງການ​ຈຸດ​ໝາຍ​ແຫ່ງ​ຊາດ ສ້າງ​ຊົນນະບົດ​ໃໝ່ ບັນລຸ​ໄດ້​ໝາກຜົນ​ຕັ້ງໜ້າ, ປະກອບ​ສວ່ນ​ເຮ​ັດ​ໃຫ້​​ໂສມໜ້າ​ຊົນນະບົດ​ຫລາຍ​ແຫ່ງມີ​ການ​ປ່ຽນ​ແປງ.

ຂ່າວ/ບົດ​ອື່ນ