ສຸມໃສ່ສ້າງກຳລັງຕຳຫຼວດປະຊາຊົນເປັນກຳລັງຫຼວງ,ຍອດຢ້ຽມ

ສຸມໃສ່ສ້າງກຳລັງຕຳຫຼວດປະຊາຊົນເປັນກຳລັງຫຼວງ,ຍອດຢ້ຽມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 16/8, ທີ່​ສຳນັກງານ​ກະຊວງ​ຕຳຫຼວດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ແລະ ຜູ້​ປະຈຳການ​ຄະນະ​ເລຂາ ​ເລ​ຮົ່ງ​ແອ​ງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ພົບ​ປະ​ສັງ​ສັນ​ກັບ​ບັນດາ​ພະນັກງານ​ຕຳຫຼວດ​ລຸ້ນຕ່າງໆ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 69 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຕຳຫຼວດປະຊາຊົນ (19/8/1945 – 19/8/2014). ​ເມື່ອ​ໂອ້​ລົ​ມກັບ​ບັນດາ​ນາຍ​ພົນ, ພະນັກງານ, ນັກຮົບ​ຕຳຫຼວດ​ປະຊາຊົນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ວ່າ: ​ໃນ​ສະພາບ​ການ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ດ້ວຍ​ຫຼາຍ​ກາລະ​ໂອກາດ​ສະ​ດວກ ​ແລະ ທ້າ​ທາຍ, ໜ້າ​ທີ່​ປົກ​ປັກ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໄດ້​ຮຽກຮ້ອງ​ໃຫ້​ກຳລັງ​ຕຳຫຼວດ​ປະຊາຊົນ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ເປັນ​ເສ​ນາ​ທິການ​ເປັນ​ຢ່າງ​ດີ, ທັງ​ແມ່ນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ວຽກ​ງານ​ຮັບ​ປະກັນ​ຄວາມ​ສະຫງົບ​ທາງ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ​ຊາດ, ໜ້າ​ທີ່​ຈຸດ​ສຸມ​ຂອງ​ຂະ​ແໜງ​ຕຳ​ຫຼວດ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ຮັບປະກັນ​ຄວາ​ມໝັ້ນຄົງ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ​ຊາດ​ໄວ້, ບໍ່​ປະ​ໃຫ້​​ຕົກ​ໃນ​ທ່າ​ຮັບ ​ແລະ ບໍ່​​ໃຫ້​​ອົງການ​ປະຕິ​ການ, ຕ້ານ​ທຳລາຍ​ພັກ, ລັດ ​ແລະ ປະຊາຊົນ​ຢ່າງ​ເດັດຂາດ. ພ້ອມ​ທັງ​ສຸມ​ໃສ່​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ໃຫ້​ນັບ​ມື້​ນັບ​ດີ​ກ່ວາ​ອີກ, ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ຂອງ​ສັງຄົມ ​ແລະ ຊີວິດ​ຂອງ​ປະຊາຊົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຖື​ວ່າ: ​ເພື່ອ​ປະຕິບັດ 2 ໜ້າ​ທີ່​ຈຸດ​ສຸມ​ນີ້, ປັດ​ໄຈ​ຕັດສິນ​ຊີ້​ຂາດ​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ສ້າງ​ກຳລັງ​ຕຳຫຼວດ​ປະຊາຊົນ​ປະຕິວັດ, ​ໃຫ້​ເປັນກຳລັງ​ຫຼວງ, ຍອດ​ຢ້ຽມ ​ແລະ ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ​ໃນ​ນັ້ນຫັນ​​ເປັນ​ທັນ​ສະ​ໄໝ​ບາງ​ຂົງ​ເຂດ​ເພື່ອ​ແນ​ໃສ່​ຮັບປະກັນ​ປະຕິບັດ​ໜ້າ​ທີ່​ເຊິ່ງພັກ, ລັດ ​ແລະ ປະຊາຊົນ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ. ພ້ອມ​ທັງ ສ້າງ​ກຳລັງ​ຕຳຫຼວດ​ປະຊາຊົນ​ປອດ​ໄສ, ໝັ້ນຄົງ​​ເຂັ້ມ​ແຂງ, ຈົ່ງ​ຮັກ​ພັກດີ​ຕໍ່​ພັກ, ລັດ ​ແລະ ປະຊາຊົນ ຕິດ​ພັນ​ກັບ​ປະຊາຊົນ​ຢ່າງ​ແໜ້ນ​ແຟ້ນ.

 


ຂ່າວ/ບົດ​ອື່ນ