ສຸມໃສ່ສ້າງສະພາບແວດລ້ອມວັດທະນະທຳຫວຽດນາມສີວິໄລ

 ສຸມໃສ່ສ້າງສະພາບແວດລ້ອມວັດທະນະທຳຫວຽດນາມສີວິໄລ - ảnh 1
ກອງ​ປະຊຸມ​ສະຫລຸບ 15 ປີ​ແຫ່ງ​ການ​ປະຕິບັດ​ມະຕິ
​ກອງ​ປະຊຸມ​ຄັ້ງ​ທີ 5
ພາບ: chinhphu.vn


(vovworld)- ກອງ​ປະຊຸມ​ສະຫລຸບ 15 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ຄັ້ງ​ທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 8 ກ່ຽວ​ກັບ​ການ​ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ ທີ່​ກ້າວຫນ້າ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 8/8 ຢູ່ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ: ​ໃນ 15 ປີ​ແຫ່ງ​ການ​ປະຕິບັດ, ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດບາດ, ທີ່​ຕັ້ງ​ຂອງ​ວັດທະນະທຳ​ໃນ​ພັກ, ​ໃນ​ສັງຄົມ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ເຫັນ​ໄດ້​ຊັດ. ວິວັດທະນາ​ການ​ສ້າງ ​ແລະ ພັດທະນາ​ວັດທະນະທຳ​ບັນລຸ​ໄດ້ຜົນ​ງານ​ສຳຄັນ​ຫລາຍ​ຢ່າງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນງານ​ລວມຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ໃຫມ່. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເຫ​ນີ: ຄຽງ​ຄູ່​ກັບ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ຕ້ອງ​​ເຫັນ​ໄດ້​ຄວາມ​ອອ່ນດ້ອຍ, ຂໍ້​ຈຳກັດ​ຂອງ​ພາ​ລະ​ກິດ​ພັດທະນາ​ວັດທະນະທຳ​ໃນ​ໄລຍະ​ຜ່ານ​ມາ.

   “ກ່ອນ​ອື່ນ​ໝົດ, ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ລະບົບ​ການ​ເມືອງ​ໃນ​ປະຊາຊົນ​ກ່ຽວ​ກັບ​ວັດທະນະທຳ ​ແລະ ສ້າງ​ພື້ນຖານ​ວັດທະນະທຳ ຕາມ​ເນື້ອ​ໃນ​ຈິດ​​ໃຈ​ຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 5 ບໍ່​ທັນ​ສູງ. ລະບົບ​ເອກະສານ​ນິຕິ​ກຳ​ກ່ຽວ​ກັບ​ວັດທະນະທຳ​ບໍ່​ທັນ​ສົມ​ກັບ​ຄວາມ​ຂະຫຍັນ​ຂັນ​ເຄື່ອນຂອງ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ. ບໍ່​ທັນ​ມີ​ບົດ​ປະພັນ​ວັນນະຄະດີ​ສິລະ​ປະທີ່ສົມ​ກັບ​ຜົນງານ​ອັນ​ໃຫຍ່​ຫລວງ​ຂອງ​ໄລຍະ​ປ່ຽນ​ແປງ​ໃຫມ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ການ​ບູລະນະ​ປະຕິສັງຂອນ​ມໍລະດົກ​ຍັງ​ຈຳກັດ​ຢູ່.”

 

 



ຂ່າວ/ບົດ​ອື່ນ