ສຸມໃສ່ສຳເລັດການຫັນລັດວິສາຫະກິດ432ແຫ່ງເປັນຫຸ້ນສ່ວນ

ສຸມໃສ່ສຳເລັດການຫັນລັດວິສາຫະກິດ432ແຫ່ງເປັນຫຸ້ນສ່ວນ - ảnh 1
(ພາບ​ປະ​ກອບ​ຈາກ chinhphu.vn)

(vovworld) - ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການປ່ຽນ​ໃໝ່ ແລະ ພັດ​ທະ​ນາ​ວິ​ສາ​ຫະ​ກິດ, ຫາກໍ່​ເຊັນ​​ຂໍ້​ຕົກ​ລົງ​ປະ​ກາດ​ໃຊ້​ໜ້າ​ທີ່​ວຽກ​ງານ​ຈຸດ​ສຸມ​ໃນ​ປີ 2015 ຂອ​ງ​ຄະ​ນະ​ຊີ້​ນຳ​ນີ້. ຄະ​ນະ​ຊີ້​ນການຳ​ປ່ຽນ​ໃໝ່ ແລະ ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຈະ​ຊີ້​ນຳ, ແນະ​ນຳຈຸດ​ສຸມ​ໃນ​ປີ 2015 ແມ່ນຊຸກ​ຍູ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ, ບໍ​ລິ​ສັດ​ໃຫຍ່​ແຫ່ງ​ລັດສຸມ​ໃສ່​ປະ​ຕິ​ບັດ​ສຳ​ເລັດ​ແຜນ​ການ​ຫັນ ວິ​ສາ​ຫະ​ກິດ 432 ແຫ່ງ​ເປັນ​ຫຸ້ນ​ສ່ວນ. ໜ້າ​ທີ່ປີ 2015,  ຂອງຄະ​ນະ​ຊີ້​ນຳ​​ແມ່ນ​ເປັນ​ເສ​ນາ​ທິ​ການ​ໃຫ້​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສືບ​ຕໍ່​ປະ​ຕິ​ບັດ​ສຳ​ເລັດ​ກົນ​ໄກ, ນະ​ໂຍບ​າຍ​ກ່ຽວ​ກັບ​ການ​ຊັບ​ຊ​້​ອນ, ປ່ຽນ​ໃໝ່, ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃໝ່, ການ​ເຄື່ອນ​ໄຫວ​ຂອງວິ​ສາ​ຫະ​ກິດ​ມີ​ທຶນ​​ຂອງ​ລັດ 100% ແລະ ກວດ​ກາ, ຕິດ​ຕາມກວດ​ກາ​ການ​ເຄື່ອນ​ໄຫວ​ຂອ​ງ​ລັດ​ວິ​ສາ​ຫະ​ກິດ.


ຂ່າວ/ບົດ​ອື່ນ