ສຸມໃສ່ຫລຸດຜ່ອນ ຄວາມທຸກຍາກໃຫ້ ບັນດາຕາແສງ, ເມືອງເຂດໄຕບັກ


ສຸມໃສ່ຫລຸດຜ່ອນ ຄວາມທຸກຍາກໃຫ້ ບັນດາຕາແສງ, ເມືອງເຂດໄຕບັກ - ảnh 1

ທ່ານ​ຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ

 (ພາບ : TTXVN))

(vovworld)- ​ໃນ​ການ​ເຮັດ​ວຽກ​ກັບ​ການ​ນຳ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ເມືອ​ຕອນ​ເຊົ້າວັນ​ທີ 6/3, ທ່ານ​ຮອງ​ນາຍົກລັດ ຖະມົນຕີຫງວຽນຊວນ​ຟຸກ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ໄຕ​ບັກ (ໝາຍ​ເຖິງ​ເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ) ໄດ້ສະເໜີໃຫ້ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ແລະ ບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງຕ້ອງສົມທົບກັບ ຄະນະ​ຊີ້​ນຳ​ເຂດ​ໄຕ​ບັກ ຢ່າງ​ແໜ້ນ​​ແຟ້ນກ່ວາ​ອີກ ​ເພື່ອ​ຊອກ​ຫາ​ບັນດາ​ມາດ​ຕະການ ພັດທະນາ​ເສດຖະກິດ​ສັງຄົມ​ທີ່​ມີ​ປະສິດທິ​ຜົນ, ສຸມ​ໃສ່​ການ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ສອນ​ວິຊາ​ຊີບ, ສ້າງ​ວຽກ​ເຮັດ​ງານ​ທຳ, ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ:

   “ກ່ອນ​ອື່ນ​ໝົດ, ຄວາມ​ຮັບຜິດຊອບ​ໃນ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດ ຜ່ອນ​ຄວາມທຸກ​ຍາກ ​ແມ່ນຂຶ້ນ​ກັບ​ທ້ອງ​ຖິ່ນ. ສະນັ້ນ, ​ແຕ່​ລະ​ຕາ​ແສງ, ​ເມືອງ​ຕ້ອງ​ກວດກາ​ຄືນ​ສະພາບ​ຄວາມທຸກ​ຍາກ. ສຳລັບ​ຂະ​ແໜງແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ແ​ລ້ວ, ຕ້ອງ​ສຸມ​ໃສ່ບັນດາ​ຕາ​ແສງ, ​ເມືອງ​ເຂດ​ພູດ​ອຍ. ຕ້ອງ​ມີ​ມາດ​ຕະການ​ເພື່ອ​ຫລຸດຜ່ອນ​ຄວາມ​ຜິດ​ໂຕນ​ດ້ານ​ລາຍ​ຮັບ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ ປຊຊ ​ໃນ​ບໍລິ​ເວນ. ກະຊວງແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມຕ້ອງ​ເປັນ​​ເຈົ້າພາບໃນ​ການ​ຮ່ວມ​ມື​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ແລະ ຄະນະ​ຊີ້​ນຳ​ເຂດ​ໄຕ​ບັກ ​ກວດກາ​ຄືນ​ນະ​ໂຍບາຍ​ເພື່ອ​ແນະນຳ​ການ​ຜັນ​ຂະຫຍາຍ ​ແລະ ດຳ​ເນີນການ​ຕິດຕາມ​ກວດກາ“./.

ຂ່າວ/ບົດ​ອື່ນ