ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດ

ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດ - ảnh 1
ກອງປະຊຸມປະຈຳເດືອນ 10/2012 ຂອງລັດຖະບານ ຫວຽດນາມ
ພາບ:chinhphu.vn


(vovworld) - ຕາມມະຕິຂອງກອງປະຊຸມປະຈຳເດືອນ 10/2012 ຂອງລັດຖະບານ ປະກາດໃຊ້ໃນວັນທີ 7/11, ລັດຖະບານສະເຫນີໃຫ້ທະນາຄານແຫ່ງລັດ ຫວຽດນາມ ສືບຕໍ່ບໍລິຫານນະໂຍບາຍເງິນຕາຢ່າງມີໄຫວພິບ, ສົບທົບກັບນະໂຍບາຍງົບປະມານຊ່ວຍ​ວິ​ສາ​ຫະກິດ​ໄດ້​ກຸູ້ຢືມ​ທຶນ​ເພື່ອ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ແຕ່​ບໍ່​ປະ​​ໃຫ້​ໄພ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ສູງ​ຄືນ​ໃຫມ່. ລັດຖະບານ ສະ​ເຫ​ນີທະນາຄານ​ແຫ່ງ​ລັດ ຫວຽດນາມ ​ເພີ່ມ​ທະວີ​ການ​ສະ​ສົມ​ເງິນຕາ​ຕ່າງປະ​ເທດ, ຕອບ​ສະຫນອງ​ຄວາມ​ຕ້ອງການ​ເງິນຕາ​ຕ່າງປະ​ເທດ​ສຳລັບການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2012. ບັນດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ ສົມທົບ​ຢ່າງ​ແຫນ້ນ​ແຟ້ນ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ​ຕະຫລາດ, ລາຄາ​ສິນຄ້າ, ຮັບ​ປະກັນ​ການ​ດຸນ​ດຽງ​ລະຫວ່າງ​ການສະ​ຫນອງ ​ແລະ ຄວາມ​ຕ້ອງການ​ສິນຄ້າ, ບໍລິການ ພິ​ເສດ​ແມ່ນ​ລາຄາ​ອາຫານ​ໃນ​ໂອກາດ​ບຸ​ນປີ​ໃຫມ່​ປະຈຳ​ຊາດ.

ຂ່າວ/ບົດ​ອື່ນ