ສຸມໃສ່ແກ້ໄຂຄະດີກໍລະນີຮ້ອງຟ້ອງ,ຮ້ອງທຸກເກີດຂຶ້ນໃໝ່ກ່ວາ85%

ສຸມໃສ່ແກ້ໄຂຄະດີກໍລະນີຮ້ອງຟ້ອງ,ຮ້ອງທຸກເກີດຂຶ້ນໃໝ່ກ່ວາ85% - ảnh 1
ທ່ານຮອງຫົວໜ້າອົງການ​ກວດກາ​ລັດຖະບານ
(ພາບ: chinhphu.vn)

(vovworld) – ວັນ​ທີ 19/2, ຢູ່​ຮ່າ​ໂນ້ຍ, ອົງການ​ກວດກາ​ລັດຖະບານ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ປະຕິບັດ​ວຽກ​ງານ​ຕ້ອນຮັບ​ພົນລະ​ເມື​ອງ, ​ແກ້​ໄຂ​ການ​ຮ້ອງຟ້ອງ​, ຮ້ອງທຸກ​ປີ 2014, ຝຶກ​ອົບຮົມ​ຫົວ​ເລື່ອງ​ກວດກາ​ຢ່າງ​ກ້ວາງ​ຂວາງ​ກ່ຽວ​ກັບ​ການຈັດ​ແບ່ງ ​ແລະ ສະຫລຸບ​ບັນຊີເງິນ​ລົງທຶນ​ກໍ່ສ້າງ​ພື້ນຖານ. ປີ 2014, ອົງການ​ກວດກາ​ລັດຖະບານ​ໄດ້ປັບປຸງ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ພົນລະ​ເມື​ອງ, ສຸມ​ໃສ່​ແກ້​ໄຂ​ກໍລະນີຮ້ອງຟ້ອງ​, ຮ້ອງທຸກ​ເກີດ​ຂຶ້ນ​ໃໝ່​ກ່ວາ 85%. ຂະ​ແໜງ​ກວດກາ​ສືບ​ຕໍ່​ກວດກາ, ຕິດຕາມ​ກວດກາ, ​ແກ້​ໄຂ​ບັນດາ​ກໍລະນີ​ຮ້ອງຟ້ອງ​, ຮ້ອງທຸກ​ທີ່​ຍັງ​ຄົງ​ຄ້າງ, ສັບສົນ, ​ແກ່ຍາວ, ຖື​ນີ້​ແມ່ນ​ໜ້າ​ທີ່​ຈຸດ​ສຸມ, ​ເປັນ​ປະຈຳ, ສູ້​ຊົນ​ປະຕິບັດ​ກ່ວາ 85% ບັນດາ​ຂໍ້​ຕົກລົງ​ແກ້​ໄຂ​ການ​ຮ້ອງທຸກ, ຂໍ້​ຕົກລົງ​ແກ້​ໄຂ​ການ​ຮ້ອງຟ້ອງທີ່​ມີ​ຜົນ​ສັກສິດ, ​ເພື່ອປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດ​ອັນ​ຖືກ​ຕ້ອງຂອງ​ພົນລະ​ເມືອງ.


ຂ່າວ/ບົດ​ອື່ນ