ສຸມໃສ່ແກ້ໄຂຜົນຮ້າຍຢ່ອນຫລັງຈາກພາຍຸWutip

ສຸມໃສ່ແກ້ໄຂຜົນຮ້າຍຢ່ອນຫລັງຈາກພາຍຸWutip - ảnh 1
ຜົນສະທ້ອນຈາກພາຍຸ wutip
ພາບ:internet


(vovworld)- ​ແຂວງ ກວ໋າງບີ​ງ, ກວ໋າງຈີ້​ ຊື່​ງ​ແມ່ນ​ສອງ​ແຂວງ​ຖືກ​ຜົນ​ເສຍ​ຫາຍ​ກ່ຽວ​ກັບ​ຊີວິດ​ອີນຊີ ​ແລະ ຊັບ​ສີນ​ຫລາຍ​ກວ່າ​ໝູ່​ຈາກ​ພາຍຸ wutip ​ເກີດ​ຂຶ້ນ​ຫວ່າງ​ແລ້ວ​ນີ້. ​ໄລ່​ມາ​ຮອດ​ປະຈຸ​ບັນ, ຢູ່​ແຂວງ ກວ໋າງບີ​ງ ມີ​ 5 ຄົນ​ຖືກເສຍ​ຊີວິດ, 2 ຄົນ​ຫາຍ​ສາບ​ສູນ, 140 ຄົນ​ຖືກ​ບາດ​ເຈັບ, ​ເຮືອນ​ຊານ​ກວ່າ 156.000 ຫລັງ​ຖືກ​ພັງຖະຫລົ່ມ ​ແລະ ​ເລີກ​ຫລັງຄາ, ໂຮງຮຽນ 460 ຫລັງ​ເປເພ, ກຳ​ປັ່ນ​ກວ່າ 100 ລຳ​ກໍ​ຖືກ​ຈົມ​ນຳ້​ ​ແລະ ​ເປເພ. ປະຈຸ​ບັນ ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ, ປ້ອງ​ກັນຊາ​ດ ​ແລະ ບັນດາ​ຄະນະ, ຂະ​ແຫນງ​ການ​ຢູ່​ທ້ອງ​ຖິ່ນ ພວມ​ພ້ອມ​ກັບ​ປະຊາຊົນ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ພາຍຸ. ພົນຈັດຕະວາ ​ຕືຮົ່ງ​ເຊີນ, ຫົວຫນ້າ​ຕຳຫລວດ​ແຂວງ, ຮອງ​ຫົວຫນ້າ​ຄະນະ​ປ້ອງ​ກັນ ​ແລະ ຕ້ານ​ພາຍຸນ້ຳ​ຖ້ວມ​ແຂວງ ກວ໋າງບີ​ງ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ພວມ​ສົມທົບ​ກັບ​ຂະ​ແຫນງ​ຄົມມະນາຄົມ​ຂົນ​ສົ່ງ​ແກ້​ໄຂ​ສະພາບ​ຕິດ​ຂັດ​ຢູ່​ເສັ້ນທາງ​ຫລວງ 1 A ​ແລະ ​ເສັ້ນທາງ​ໂຮ່ຈິ​ມີນ. ທີ​ສອງ ຮັບປະກັນ​ຄວາ​ມ​ເປັນ​ລະບຽບ​ຮຽບຮ້ອຍ​ ບໍ່​ປະ​​ໃຫ້​ບຸ​ກຄົນ​ບໍ່​ດີ​ສວຍ​​ໂອກາດ​ເພື່ອລັກ​​ເອົາຊັບ​ສິນ. ທີ​ສາມ ​​ເພີ່ມ​ທະວີ​ວຽກ​ງານ​ກຳ​ແຫນ້ນ​ສະພາບ​ການ, ສົ່ງ​ພະນັກງານ ນັກຮົບ​ລົງ​ທ້ອງ​ຖິ່ນ​ທີ່​ຖືກ​​ເຄາະ​ຮ້າຍ​ຈາກ​ພາຍຸ​ເພື່ອ​ສົມທົບ​ກັບ​ກຳລັງ​ທະຫານ​ປ້ອງ​ກັນຊາ​ຍ​ແດນ, ຊາວ​ຫນຸ່ມ, ​ແມ່ຍິງ ຊ່ວຍ​ປະຊາຊົນ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ພາຍຸ.”

ຂ່າວ/ບົດ​ອື່ນ