ສີລັງກາ ປະກາດສະພາວະສຸກເສີນ

(VOVWORLD) -ບັນດານັກຊ່ຽວຊານໄດ້ໄຈ້ແຍກວ່າ ສະພາບຄວາມວຸ້ນວາຍດ້ານການເມືອງໃນປະຈຸບັນ
ສີລັງກາ ປະກາດສະພາວະສຸກເສີນ - ảnh 1ສີລັງກາ ປະກາດສະພາວະສຸກເສີນ
(ພາບປະກອບ: AFP/TTXVN)

ວັນທີ 13 ກໍລະກົດ, ທ່ານນາຍົກລັດຖະມົນຕີ ສີລັງກາ Ranil Wickremesinghe, ຮັກສາການປະທານາທິບໍດີປະເທດນີ້ ໄດ້ປະກາດສະພາວະສຸກເສີນໃນສະພາບທີ່ທ່ານປະທານາທິບໍດີ Gotabaya  Rajapaksa ໄດ້ເດີນທາງອອກຈາກປະເທດນີ້.

        ບັນດານັກຊ່ຽວຊານໄດ້ໄຈ້ແຍກວ່າ ສະພາບຄວາມວຸ້ນວາຍດ້ານການເມືອງໃນປະຈຸບັນ ອາດຈະເຮັດໃຫ້ຄວາມມານະພະຍາຍາມເພື່ອແນໃສ່ຊ່ວຍໃຫ້ປະເທດອາຊີໃຕ້ນີ້ ຫຼຸດພົ້ນອອກຈາກວິກິດການທາງດ້ານເສດຖະກິດທີ່ຊົ່ວຮ້າຍທີ່ສຸດໃນໄລຍະ 7 ທົດສະວັດຜ່ານມາສັບສົນຂຶ້ນຕື່ມ, ໂດຍເລີ່ມມາຈາກສະພາບການຂາດແຄນເງິນຕາຕ່າງປະເທດຢ່າງຮ້າຍແຮງ ເຮັດໃຫ້ ສີລັງກາ ບໍ່ສາມາດນຳເຂົ້າປະເພດສິນຄ້າທີ່ຈຳເປັນຄື: ເຊື້ອໄຟ, ສະບຽງອາຫານ ແລະ ຢຸກຢາ.

ຕອບກັບ

ຂ່າວ/ບົດ​ອື່ນ