ສີລັງກາເພີ່ມທະວີຄວບຄຸມບັນດາໂບດອິດສະລາມ

(VOVWORLD) -ວັນທີ 10 ພຶດສະພາ, ລັດຖະບານ ສີລັງກາ ໄດ້ຮຽກຮ້ອງບັນດາໂບດອິດສະລາມ ຕ້ອງມີຄວາມລະມັດລະວັງ ແລະ ສະກັດກັ້ນບັນດາການກະທຳຂອງພວກຫົວຮຸນແຮງ ແລະ ມອບບົດເຜີຍແຜ່ສາດສະຫນາ ສະບັບ coppy ພາຍຫລັງບັນດາເຫດວາງລະເບີດສະຫລະຊີບເຮັດໃຫ້ຮ້ອຍໆຄົນເສຍຊີວິດໃນເດືອນຜ່ານມາ.

ກະຊວງບັນດາບັນຫາວັດທະນະທຳ ແລະ ອິດສະລາມ ຂອງ ສີລັງກາ ໄດ້ຢືນຢັນວ່າ: ໃນສະພາບການປະຈຸບັນ ຊາວມຸດສະລິມທັງໝົດ ບໍ່ຄວນເຂົ້າຮ່ວມ ຫລື ໃຫ້ອະນຸຍາດເຕົ້າໂຮມກັນເພື່ອປຸກປັ່ນ, ເຜີຍແຜ່ແນວຄິດທີ່ເປັນປໍລະປັກ ຫລືແນວຄິດຫົວຮຸນແຮງດ້ວຍຮູບການໃດໆ.

ພາຍຫລັງບັນດາເຫດບຸກໂຈມຕີໃນວັນທີ 21 ເມສາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 257 ຄົນ ແລະ ເກືອບ 500 ຄົນຖືກຮັບບາດເຈັບ. ມາຮອດປະຈຸບັນ ສີລັງກາ ຍັງຖືກຈັດວາງຢູ່ໃນສະພາບສະພາວະສຸກເສີນ.

ຕອບກັບ

ຂ່າວ/ບົດ​ອື່ນ