ສິລະປະຂັບຈ່ອຍຂອງຫວຽດນາມກາຍເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸ​ຕາງ​ຫນ້າ​ຂອງມວນ​ມະ​ນຸດ

(VOVWORLD) -ຕອນບ່າຍວັນທີ 7 ທັນວາ, ທີ່ວາລະປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານສົນທິສັນຍາ 2003 ກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳບໍ່ແມ່ນວັດຖຸຄັ້ງທີ 12 ຂອງ UNESCO ໄດ້ດຳເນີນຢູ່ Jeju ປະເທດ ສເກົາຫລີ, 
ສິລະປະຂັບຈ່ອຍຂອງຫວຽດນາມກາຍເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸ​ຕາງ​ຫນ້າ​ຂອງມວນ​ມະ​ນຸດ - ảnh 1ຄະນະຜູ້ແທນຫວຽດນາມ ຮູ້ສຶກດີໃຈທີ່ສຸດເມື່ອ UNESCO ຮັບຮອງສິລະປະຂັບຈ່ອຍຂອງຫວຽດນາມກາຍເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸຕາງຫນ້າຂອງມວນມະນຸດ

ອົງການ UNESCOໄດ້ຮັບຮອງເອົາມໍລະດົກສິລະປະຂັບຈ່ອຍພາກກາງ ຫວຽດນາມ ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ແມ່ນວັດຖຸຕາງຫນ້າຂອງມວນມະນຸດ.

ຕາມຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳບໍ່ແມ່ນວັດຖຸແລ້ວ, ສິລະປະຂັບຈ່ອຍ ພາກກາງຫວຽດນາມ  ຕອບສະຫນອງຄົບມາດຖານແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸຕາງຫນ້າຂອງມວນມະນຸດ.

ເລື່ອງ UNESCO ຮັບຮອງເອົາສິລະປະຂັບຈ່ອຍ ພາກກາງຫວຽດນາມ ເປັນການຢັ້ງຢືນສີສັນວັດທະນະທຳທີ່ອຸດົມສົມບູນຂອງຊາດຫວຽດນາມ.

ໄລ່ມາຮອດປະຈຸບັນ, ຫວຽດນາມ ມີມໍລະດົກວັດທະນະທຳບໍ່ແມ່ນວັດຖຸ ໂດຍ UNESCO ຮັບຮອງເອົາ ແມ່ນ 11 ມໍລະດົກ ໃນນັ້ນ ມີ 10 ມໍລະດົກວັດທະນະທຳບໍ່ແມ່ນວັດຖຸທີ່ຕາງຫນ້າຂອງມວນມະນຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ