ສວນ​ທໍ​ລະ​ນີ​ສາດ ດັກ​ນົງ ຂອງ​ຫວຽດ​ນາມ ກາຍ​ເປັນ ສວນ​ທໍ​ລະ​ນີ​ສາດ​ທົ່ວ​ໂລກ

(VOVWORLD) -ຕອນຄ່ຳວັນທີ 24 ພະຈິກ, ຢູ່ນະຄອນ ຢາເຫງັຍ, ແຂວງ ດັກນົງ ຂອງຫວຽດນາມໄດ້ຈັດພິທີຮັບນາມມະຍົດ ສວນທໍລະນີສາດທົ່ວໂລກ ໃຫ້ແກ່ສວນທໍລະນີສາດ ດັກນົງ ແລະ ໄຂງານບຸນວັດທະນະທຳແຜ່ນແພພື້ນເມືອງ ຫວຽດນາມ ຄັ້ງທີ 2 ປີ 2020. 
ສວນ​ທໍ​ລະ​ນີ​ສາດ ດັກ​ນົງ ຂອງ​ຫວຽດ​ນາມ ກາຍ​ເປັນ ສວນ​ທໍ​ລະ​ນີ​ສາດ​ທົ່ວ​ໂລກ - ảnh 1ສວນທໍລະນີສາດ ດັກນົງ ແມ່ນ ສວນທໍລະນີສາດແຫ່ງທີ 3 ຂອງ ຫວຽດນາມ ທີ່ໄດ້ຮັບນາມມະຍົດສວນທໍລະນີສາດທົ່ວໂລກ (ພາບ: TTXVN)

ສວນທໍລະນີສາດ ດັກນົງ ແມ່ນສວນແຫ່ງໃໝ່ສຸດຂອງລະບົບສວນທໍລະນີສາດທົ່ວໂລກ; ພ້ອມທັງແມ່ນສວນທໍລະນີສາດແຫ່ງທີ 3 ຂອງ ຫວຽດນາມ ທີ່ໄດ້ຮັບນາມມະຍົດດັ່ງກ່າວ ຈາກອົງການ UNESCO. ສວນທໍລະນີສາດ ດັກນົງ ມີເນື້ອທີ່ກວ້າງກວ່າ 4.700 km2. ຢູ່ທີ່ນີ້ມີລະບົບຖ້ຳພູເຂົາໄຟໃຫຍ່ໂຕມະໂຫຖານທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ໂດຍມີຖ້ຳນ້ອຍໃຫຍ່ 50 ຖ້ຳ, ມີລວງຍາວກວ່າ 10.000m. ທ່ານ Michael Croft, ຫົວໜ້າຜູ້ຕາງໜ້າ ອົງການ UNESCO ປະຈຳ ຫວຽດນາມ ໄດ້ຢັ້ງຢືນວ່າ ສວນທໍລະນີສາດ ດັກນົງ ມີພື້ນຖານແມ່ນ ມີຄວາມງາມທຳມະຊາດທີ່ໃຫຍ່ໂຕມະໂຫຖານ ແລະ ແມ່ນພື້ນຖານວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນທ້ອງຖິ່ນ. ທັງສອງປັດໄຈດັ່ງກ່າວ ຕ້ອງໄດ້ຮັບການອະນຸລັກຮັກສາໄວ້ ແລະ ທັງເປັນການອະນຸລັກຮັກສາມໍລະດົກ, ທັງສົມທົບໃສ່ບັນດາການເຄື່ອນໄຫວເສດຖະກິດ ແລະ ການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ