ສ່ວນ​ເກີນການ​ຄ້າຂອງ​ລາວ ຜ່ານ​ຫວຽດ​ນາມ ສົ່ງ​ໄປ​ຍັງ​ປະ​ເທດ​ທີ 3 ບັນ​ລຸ 118 ລ້ານ USD

(VOVWORLD) -ບັນດາປະເທດສິນຄ້າ ທີ່ລາວສົ່ງອອກໄປຍັງປະເທດທີ 3 ຜ່ານຫວຽດນາມສ່ວນຫຼາຍແມ່ນ ແຮ່ໂລຫະ ແລະ ເຄື່ອງໃຊ້ສອຍ, ມີຍອດນ້ຳໜັກປະທານ 480.000 ໂຕນ. 
ສ່ວນ​ເກີນການ​ຄ້າຂອງ​ລາວ ຜ່ານ​ຫວຽດ​ນາມ ສົ່ງ​ໄປ​ຍັງ​ປະ​ເທດ​ທີ 3 ບັນ​ລຸ 118 ລ້ານ USD - ảnh 1ສິນຄ້າຂອງລາວ ລໍຖ້າຜ່ານແດນຢູ່ດ່ານຊາຍແດນ ເກົາແຈວ - ຮ່າຕິງ (ພາບ: baotainguyenmoitruong.vn)

        ຕາມຕົວເລກຫຼ້າສຸດຂອງ ກະຊວງອຸດສາຫະກຳ ແລະ ການຄ້າລາວ, ຍອດມຸນຄ່າການ ສົ່ງອອກ - ນຳເຂົ້າສິນຄ້າຂອງປະເທດນີ້ ຜ່ານຫວຽດນາມ ໃນ 6 ເດືອນຕົ້ນປີ 2021 ບັນລຸໄດ້ປະມານ 314 ລ້ານ USD, ໃນນັ້ນມູນຄ່າສົ່ງອອກບັນລຸໄດ້ 216 ລ້ານ USD. ບັນດາປະເທດສິນຄ້າ ທີ່ລາວສົ່ງອອກໄປຍັງປະເທດທີ 3 ຜ່ານຫວຽດນາມສ່ວນຫຼາຍແມ່ນ ແຮ່ໂລຫະ ແລະ ເຄື່ອງໃຊ້ສອຍ, ມີຍອດນ້ຳໜັກປະທານ 480.000 ໂຕນ. ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ລາວ ໃຫ້ຮູ້ວ່າ ບັນດາຕະຫຼາດໃຫຍ່ ເຊິ່ງລາວສົ່ງອອກສິນຄ້າຜ່ານ ຫວຽດນາມແມ່ນ ຈີນ, ອິນເດຍ ແລະ ຮຸງກາຣີ, ໃນຂະນະນັ້ນ ສິນຄ້ານຳເຂົ້າລາວ ຜ່ານ ຫວຽດນາມ ສ່ວນຫຼາຍແມ່ນ ອາເມລິກາ, ການາດາ ແລະ ສ.ເກົາຫຼີ.

        ຫວຽດນາມ ອະນຸຍາດໃຫ້ລາວສຳຜັດກັບທ່າກ່ຳປັ່ນທະເລ ຫວູງອ໊າງ ຄືປະຕູເຂົ້າອອກ ອາຊຽນ ແລະ ຕະຫຼາດສາກົນ. ນັບແຕ່ 2001, ຫວຽດນາມ ແລະ ລາວ ໄດ້ຮ່ວມມືລົງທຶນ ແລະ ນຳໃຊ້ລະບົບທ່າກ່ຳປັ່ນ, ເຂດການບໍລິການຢູ່ທ່າກ່ຳປັ່ນທະເລ ຫວູງອ໊າງ, ແຂວງຮ່າຕິງ. ປະລິມານສິນຄ້າຂອງ ລາວ ຜ່ານທ່າກ່ຳປັ່ນຫວູງອ໊າງ ໃນຊຸມປີມໍ່ໆມານີ້ ຍາມໃດກໍ່ກວມເອົາ 18 – 20% ຍອດປະລິມານສິນຄ້າຢູ່ທ່າກ່ຳປັ່ນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ