ສ.ສ.ຊ ກະກຽມຄຳເຫັນກ່ອນທີ່ເຂົ້າຮ່ວມວາລະຊັກຖາມບັນດາສະມາຊິກລັດຖະບານ

(VOVWORLD) -   ວັນທີ 13 ມີຖຸນາ, ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມຊຸດທີ 14 ຈະເລີ່ມວາລະຊັກຖາມບັນດາສະມາຊິກລັດຖະບານ
    ສ.ສ.ຊ ກະກຽມຄຳເຫັນກ່ອນທີ່ເຂົ້າຮ່ວມວາລະຊັກຖາມບັນດາສະມາຊິກລັດຖະບານ     - ảnh 1 ສ.ສ.ຊ ກະກຽມຄຳເຫັນກ່ອນທີ່ເຂົ້າຮ່ວມວາລະຊັກຖາມບັນດາສະມາຊິກລັດຖະບານ

ວັນທີ 13 ມີຖຸນາ, ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມຊຸດທີ 14 ຈະເລີ່ມວາລະຊັກຖາມບັນດາສະມາຊິກລັດຖະບານຊຶ່ງສຸມໃສ່ 4 ກຸ່ມບັນຫາເຊັ່ນ: ມາດຕະການບຸກທະລຸ ແລະ ເສັ້ນທາງປະຕິບັດສ້າງໂຄງປະກອບຂະແໜງກະສີກຳຄືນໃໝ່ໃນໄລຍະທີ່ຈະມາເຖິງ, ການລະດົມແຫຼ່ງກຳລັງໃນສັງຄົມໃຫ້ແກ່ການລົງທຶນພັດທະນາ, ການຍົກສູງຄຸນນະພາບການແພດ….ຕີລາຄາກ່ຽວກັບເນື້ອໃນການຊັກຖາມ, ທ່ານລິວບີງເຍື້ອງ, ສ.ສ.ຊ ແຂວງບີງເຢືອງ ໃຫ້ຮູ້ວ່າ : 

    “ ຂ້າພະເຈົ້າເຊື່ອແນ່ວ່າ ຈະຊັກຖາມບາງບັນຫາກ່ຽວຂ້ອງ, ພິເສດແມ່ນບັນຫາຄຸ້ມຄອງວັດທະນະທຳ, ກະສີກຳ, ບັນຫາຕ້ອນຮັບປະຊາຊົນ, ແກ້ໄຂການຮ້ອງທຸກ, ຮ້ອງຟ້ອງ ”

      ເປັນໜ້າສົນໃຈແມ່ນໃນການຊັກຖາມເປັນເວລາ 3 ວັນ, ນອກຈາກຊັກຖາມລັດຖະມົນຕີ 4 ທ່ານແລ້ວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍໄດ້ເຂົ້າຮ່ວມຕອບຄຳຊັກຖາມຊຶ່ງແມ່ນບັນຫາທີ່ບັນດາ ສ.ສ.ຊ ມີຄວາມສົນໃຈ. ທ່ານ ຫງວຽນວັນຮ່ຽນ ສ.ສ.ຊ ແຂວງເລີມດົງ ຕີລາຄາວ່າ : (ເທບ)

    “ ຂ້າພະເຈົ້າມີຄວາມພູມໃຈ ແລະ ປາດຖະໜາວ່າ ດ້ວຍວິທີບໍລິຫານ ແລະ ຄຸ້ມຄອງຂອງນາຍົກລັດຖະມົນຕີນັ້ນ, ຈະມີຫຼາຍຈຸດໃໝ່ທີ່ຕັ້ງໜ້າ. ຈາກບັນດາບັນຫາທີ່ນຳມາຊັກຖາມຕະຫຼອດຮອດການຜັນຂະຫຍາຍຕົວຈິງນັ້ນ, ຂ້າພະເຈົ້າປາດຖະໜາວ່າ ມັນຈະມີການຫັນປ່ຽນຢ່າງຕັ້ງໜ້າກ່ວາ ”

 

ຕອບກັບ

ຂ່າວ/ບົດ​ອື່ນ