ສສຊ ປຶກສາຫາລືກ່ຽວກັບ ຮ່າງກົດໝາຍວ່າດ້ວຍ ການຊັນນະສູດ ທາງຕຸລາການ

ສສຊ ປຶກສາຫາລືກ່ຽວກັບ ຮ່າງກົດໝາຍວ່າດ້ວຍ ການຊັນນະສູດ ທາງຕຸລາການ - ảnh 1

ຮ່າ​ງ​ກົດໝາຍ​ວ່າ​ດ້ວຍການ​ຊັນ​ນະ​ສູດ​ທາງ​ຕຸລາ​ການ: ຍັງ​ມີ​ຫຼາຍ​ບັນຫາ​ຕ້ອງ​ປຶ​ກສາ​ຫາລື

(ພາບ:baodongnai.com.vn)

( vovworld ) –     ​ໃນ​ຕອນ​​ເຊົ້າ​ຂອງ​ວັນ​ທີ 29/5, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ (ສສຊ) ໄດ້​ປຶກສາ​ຢູ່​ຫໍ​ປະຊຸມກ່ຽວ​ກັບຮ່າ​ງ​ກົດໝາຍ​ວ່າ​ດ້ວຍການ​ຊັນ​ນະ​ສູດ​ທາງ​ຕຸລາ​ການ. ສສຊ ສ່ວນ​ຫຼາຍ​ໄດ້​ເຫັນ​ດີ​ກັບ​ເນື້ອ​ໃນ​ຂອງ​ຮ່າ​ງກົດໝາຍ​ຄື: ຕ້ອງ​ປ່ຽນ​ແປງ​ນະ​ໂຍບາຍ​ຈຳນວນ 1 ​ເພື່ອ​ສຳ​ເລັດ​ລະບຽບ​ການ​ຊັນ​ນະ​ສູດ​ທາງ​ຕຸລາການ, ຮັບ​ໃຊ້​ໃຫ້​ແກ່​ການ​ເຄື່ອນ​ໄຫວດຳ​ເນີນ​ຄະດີ ​ແລະ ນຳ​ມາ​ເຊີ່ງຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃຫ້​ແກ່​ລັດ, ສ່ວນ​ບຸກຄົ​ນ, ອົງການ​ຈັດຕັ້ງ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຄະດີ​​ແຜ່​ງ, ດຳ​ເນີນ​ຄະດີທາງ​ບໍລິຫານ.

   ຕາມ​ຄຳ​ເຫັນ​ຂອງ ສສຊ ຫຼາຍ​ທ່ານ​ແລ້ວ, ​ເລື່ອງ​ປະກາດ​ໃຊ້ກົດໝາຍ​ວ່າ​ດ້ວຍການ​ຊັນ​ນະ​ສູດ​ທາງ​ຕຸລາ​ການ​ແມ່ນ​ຈຳ​ເປັນ, ​ເພື່ອ​ແນ​ໃສ່​ສ້າງ​ພື້ນຖານ​ດ້ານ​ກົດໝາຍ​ອັນໝັ້ນຄົງ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ຊັນນະ​ສູດ​ທາງ​ຕຸລາການ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ນັບ​ມື້​ນັບ​ສູງ​ຂອງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຄະດີ ​ແລະ ຄວາມ​ຕ້ອງການ​ຂອງ​ສັງຄົມ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຈຸດ​ໃໝ່​ຂອງ​ຮ່າງ​ກົດໝາຍ​ສະບັບ​ນີ້ ​ໄດ້​ຮັບຫຼາຍ​ຄຳ​ເຫັນ​ທີ່​ແຕກ​ຕ່າງ​ກັນ, ນັ້ນ​ແມ່ນ​ບັນຫາ​ຫັນ​ການ​ເຄື່ອນ​ໄຫວ​ຊັນນະ​ສູດທາງ​ຕຸລາການ​ເປັນ​ວຽກ​ງານ​ຂອງ​ສັງຄົມ. ທ່ານ Tran Van Tan ສສຊ ​ແຂວງ Tien Giang ມີ​ຄຳ​ເຫັນ​ດັ່ງ​ນີ້:   “ຂ້າພະ​ເຈົ້າສະ​ເໜີ​ວ່າ, ​ໃນ​​ໄລຍະ​ປະຈຸ​ບັນ, ການ​ປະຕິບັດ​ການຫັນ​ການ​ເຄື່ອນ​ໄຫວ​ຊັນນະ​ສຸດທາງ​ຕຸລາການ​ເປັນ​ວຽກ​ງານ​ຂອງ​ສັງຄົມຄວນ​ມີ​ການ​ກຳນົດ​ຂອບ​ເຂດ, ບໍ່​ຄວນ​ເປີດ​ກ້ວາງ ບົນ​ພື້ນຖານ​ສະຫຼຸບພຶດຕິ​ກຳ​ຕົວ​ຈິງ, ຮັບປະກັນ​ລັກສະນະ​ສາມາດ​ເປັນ​ໄປ​ໄດ້ ​ເມື່ອ​ກົດໝາຍ​ໄດ້​ຮັບ​ການ​ຮັບຮອງ​ເອົາ. ສະນັ້ນ ຂ້າພະ​ເຈົ້າ​ເຫັນ​ດີ​ເປັນ​ເອກະສັນ​ກັບ​ຂໍ້​ກຳນົດ​ແມ່ນ ອົງການການ​ເຄື່ອນ​ໄຫວ​ຊັນນະສູດ​ທາງຕຸລາການ​ນອກ​ລັດ ພຽງ​ແຕ່​ນຳ​ໃຊ້​ໃນ​ບັນ​ດາ​ຂົງ​ເຂດ​ການ​ເງິນ, ທະນາຄານ, ກໍ່ສ້າງ, ວັດຖຸບູຮານ, ລິ​ຂະ​ສິດ​ເທົ່າ​ນັ້ນ. ສ່ວນ​ບັນດາ​ຂົງ​ເຂດ​ອື່ນ, ການ​ເຄື່ອນ​ໄຫວ​ຊັນນະສູດ​ທາງ​ຕຸລາການ ​ໂດຍ​ອົງການ​ສ່ວນ​ບຸກຄົນ​ຊັນນະ​ສູດ​ຕາມ​ເຫດການ“.

ຕອນ​ບ່າຍວັນ​ທີ 29/5, ພາຍຫຼັງ​ທີ່​ຄະນະ​ປະຈຳ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ບົດ​ລາຍ​ງານ​ອະທິບາຍ, ຮັບ​ຟັງ, ດັດ​ແກ້​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຜີຍ​ແຜ່, ສຶກສາ​ອົບຮົມ​ດ້ານກົດໝາຍ, ບັນດາ ສສຊ ​ໄດ້​ປຶກສາ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ. ບັນດາ ສສຊ ຖື​ວ່າ: ຮ່າງ​ກົດໝາຍ​ດັ່ງກ່າວ ຕ້ອງ​ມີ​ຂໍ້ກຳນົດ​ການ​ປັບ​ໃໝ​ລົງ​ໂທດ​ສຳລັບການ​ກະທຳ​ໂຄສະນາ​ກົດໝາຍ​​ໄປຝືນ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກົດໝາຍ. ທ່າ​ນ Pham Duc Chau ສສຊ ​ແຂວງ Quang Tri ຖື​ວ່າ ​ເລື່ອງ​ໂຄສະນາ​ເຜີຍ​ແຜ່ ສຶກສາ​ອົບຮົມ​ກົດໝາຍ ​ໃຫ້​ແກ່​ບັນດາ​ເປົ້າໝາຍ​ສັງຄົມ ຕ້ອງ​ມີ​ຮູບ​ການ​ໂຄສະນາ​ທີ່​ເໝາະ​ສົມ ​ແລະ ມີ​ປະສິດທິ​ຜົນ, ສະນັ້ນ, ຕ້ອງ​ວາງ​ອອກ​ລັກສະນະ​ເຜີຍ​ແຜ່​ຂອງ​ກົດໝາຍ ບົນ​ພື້ນຖານ​ທຸກໆ​ເປົ້າໝາຍ​ຕ້ອງ​ໄດ້​ຮັບຮູ້​ກົດໝາຍ​ຢ່າງ​ສະ​ເໝີ​ພາບ. ສສຊ Pham Duc Chau ສະ​ເໜີ​ວ່າ: ​ໃນ​ຮ່າງ​ກົດໝາຍ​ຄວນ​ກຳນົດ​ບັນດາ​ອົງການ​ມີໜ້າ​ທີ່​ຮັບຜິດຊອບ​ອີງຕາມ​ແຕ່ລະ​ເຂດ​ພາກ, ​ແຕ່ລະ​ເປົ້າໝາຍ​ແຕກ​ຕ່າງ​ກັນ ​ເພື່ອ​ສາມາດ​ດຳ​ເນີນ​ການ​ໂຄສະນາ​ກົດໝາຍ​ໃຫ້​ເໝາະ​ສົມ.

 

 

 

 

 

 

 

ຂ່າວ/ບົດ​ອື່ນ