ສສຊອາເມລິກາແນະນຳຮ່າງມະຕິກ່ຽວກັບຄວາມເສລີໃນການເດີນທະເລແລະການແກ້ໄຂຄວາມຂັດແຍ້ງກັນຢູ່ອາຊີ-ປາຊີຟິກ

ສສຊອາເມລິກາແນະນຳຮ່າງມະຕິກ່ຽວກັບຄວາມເສລີໃນການເດີນທະເລແລະການແກ້ໄຂຄວາມຂັດແຍ້ງກັນຢູ່ອາຊີ-ປາຊີຟິກ - ảnh 1
ກຳປັ່ນ ຈີນ ສິດນ້ຳໃສ່ກຳປັ່ນປະຕິບັດກົດໝາຍຂອງ ຫວຽດນາມ
(ພາບ: Reuters)

(vovworld) – ຕອນ​ເຊົ້າ​ວັນ​ທີ 1/8 (ຕາມ​ເວ​ລາ ຫວຽດນາມ), ສະມາ​ຊິກສະພາ​ຕຳ່ Randy Forbes, ປະທານ​ອະນຸ​ກຳມະການ​ກຳລັງ​ແຮງ​ທະ​ເລ ​ແລະ ຜັນ​ຂະຫຍາຍ​ກຳລັງ ​ແລະ ທ່ານ​ສະມາ​ຊິກສະພາ​ຕຳ່ ​Colleen Hanabusa, ສະມາ​ຊິກກຳມາ​ທິການ​ກຳລັງ​ກອງທັບ ສະພາ​ຕຳ່ ອາ​ເມ​ລິ​ກາ ​ໄດ້​ແນະນຳ​ຮ່າງມະຕິ​ 2 ພັກ​ທີ່ຢັ້ງຢືນ​ຄືນ​ໃໝ່ການ​ສະໜັບສະໜູນ​ຂອງ ອາ​ເມ​ລິ​ກາ ສຳລັບ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ ຄືນ​ໃໝ່.

    ຮ່າງ​ມະຕິ​ຢັ້ງຢືນຄື​ນ​ໃໝ່​ການ​ສະໜັບສະໜູນ​ຢ່າງ​ແຮງ​ຂອງ​ລັດຖະບານ ອາ​ເມ​ລິ​ກາ ສຳລັບ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​, ​ເລື່ອງ​ນຳ​ໃຊ້​ເຂດ​ນ່ານນ້ຳ ​ແລະ​ ນ່ານຟ້າ​ຢູ່ ອາຊີ - ປາຊີ​ຟິກ​ໃຫ້​ຖືກຕ້ອງ​ກັບ​ກົດໝາຍ ​ກໍ່​ຄື​ມາດ​ຕະການທາງການ​ທູດ, ສັນຕິພາບ​ໃຫ້​ແກ່ການ​ທວງ​ເອົາ​ອະທິປະ​ໄຕ, ການ​ຂັດ​ແຍ້​ງທະ​ເລ ​ແລະ​ຜືນ​ແຜ່ນດິນ. ຮ່າງ​ມະຕິ​ໄດ້​ຊີ້​ແຈ້ງວ່າ ບັນດາ​ເຂດ​ນ່ານນ້ຳ ​ແລະ ນ່ານຟ້າ​ຢູ່ ອາຊີ - ປາຊີ​ຟິກ ມີ​ບົດບາດ​ສຳຄັນ​ທີ່​ສຸດ​ສຳລັບ​ຄວາ​ມວັດ​ທະນາ​ຖາວອນ, ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ການ​ຄ້າ​ທົ່ວ​ໂລກ. ຮ່າງ​ມະຕິ​ຢັ້ງຢືນວ່າ ອາ​ເມ​ລິ​ກາ ມີ​ຜົນ​ປະ​ໂຫຍ​ດຢ່າງ​ລະອຽດ​ໃນ​ການ​ສົ່ງ​ເສີມ ​ແລະ ສະໜັບສະໜູນ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ຮ່ວມ​ມື ​ແລະ ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ດ້ວຍ​ມາດ​ຕະການ​ທາງການ​ທູດ, ພ້ອມ​ທັງ​ຄັດຄ້ານ​ບັນດາ​ການ​ກະທຳ​ທີ່​ບັງຄັບ, ນາບ​ຂູ່ ​ແລະ ນຳ​ໃຊ້​ກຳລັງ​ອາວຸດ​ຢ່າງ​ແຮງ.

    ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ບັນດາ​ສະມາຊິກ ສະພາ​ແຫ່ງ​ຊາດ, ທ່ານ​ສະມາ​ຊິກສະພາ​ຕຳ່ Randy Forbes ​ເນັ້ນ​ໜັກ​ວ່າ: ບັນດາ​ການ​ກະທຳ​ຂອງ ຈີນ ​ໃນໄລຍະ​ມໍ່ໆ​ມາ​ນີ້​ເຮັດ​​ໃຫ້ ອາ​ເມ​ລິ​ກາ ຕ້ອງ​ຕັ້ງໜ້າ​ຍື່ນ​ມື​ເຂົ້າ ອາຊີ - ປາຊີຟິກ ​ເພື່ອ​ຮັບປະກັນ​ສັນຕິພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ທີ່​ມີ​ຢູ່​ແລ້ວ​ຂອງຢູ່​ພາກ​ພື້ນ​ໃນ​ຕະຫຼອດ 6 ທົດ​ສະ​ວັດ​ທີ່​ຜ່ານ​ມາ.

 


ຂ່າວ/ບົດ​ອື່ນ