ສີສັນງານບຸນລະດູບານໃໝ່ບາເບ໋

ສີສັນງານບຸນລະດູບານໃໝ່ບາເບ໋ - ảnh 1
ນາງສາວຊົນເຜົ່າເຂົ້າຮ່ວມງານບຸນ
(ພາບ: Thanh Tùng/TTXVN)


(vovworld) – ​ເປັນ​ປົກກະຕິ​ແລ້ວ, ວັນ​ທີ 10 ​ເດືອນ​ຈຽງ​ (​ໄລ່​ຕາມ​ຈັນ​ທະປະຕິ​ທິນ​) ແຕ່ລະ​ປີ, ນັກ​ທ່ອງ​ທ່ຽວນັບ​ໝື່ນ​ຄົນ​ໄດ້​ເຕົ້າ​ໂຮມ​ກັນຢູ່​ເມືອງ ບາ​ເບ໋, ​ແຂວງ ບັກ​ກ້ານ ​ເພື່ອ​ພ້ອມ​ກັນ​​ເຂົ້າ​ຮ່ວມ​ງານ​ບຸນ​ລະດູບານ​ໃໝ່ ບາ​ເບ໋, ​ເຊິ່ງ​ແມ່ນງານ​ບຸນ​ໃຫຍ່​ສຸດ​ໃນ​ປີ​ຂອງ​ແຂວງ ບັກ​ກ້ານ. ງານ​ບຸນ​ລະດູບານ​ໃໝ່ ບາ​ເບ໋ ປີ​ນີ້ ມີ​ຫຼາຍ​ຈຸດ​ໃໝ່​ຄື​ງານ​ບຸນ​ລົງ​ໄຮ່​​ໄຖ​ນາ, ງານ​ປະ​ກວດ​ຄົນ​ງາມ.​​.​..​ ​ເຮັດ​ໃຫ້​ງານ​ບຸນ​ຍິ່ງ​ມີ​ຊີວິດ​ຊີ​ວາ. ພາກ​ພິທີ ​ແລະ ພາກ​ງານ​ບຸນ​ໄດ້​ຮັບ​ກາ​ນຈັດ​ຕັ້​ງຢ່າງ​ກະທັດ​ລັດ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​​ແຂວງ ບັກ​ກ້ານ. ປີ​ນີ້, ພິທີ​ລົງ​ໄຮ່​ໄຖ​ນາ​ໄດ້​ນຳ​ເຂົາ​ງານ​ບຸນ​ລະດູບານ​ໃໝ່​ເພື່ອ​ຂໍ​ໃຫ້​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳນວຍ​ຄວາມ​ສະ​ດວກ, ລະດູ​ການ​ໄດ້​ຮັບ​ຜົນ​ດີ, ທຸກ​ຄົນ​ອີ່ມ​ໜຳ​ສຳລານ ​ແລະ ມີ​ຄວາມ​ຜາ​ສຸກ. ພາຍຫຼັງ​ພາກ​ພິທີ, ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​ນັບ​ໝື່ນ​ຄົນ​ໄດ້​ມາ​ຢາມ​​ເຂດ​ປະດັບ​ປະດາຢ່າງງາມ​ຕາ ​ຂອງບັນດາ​ຫົວໜ່ວຍ​ໃນ​ເມືອງ​ເພື່ອ​ຊື້​ເຄື່ອງ​ຂອງ​ທີ່​ລະນຶກ​ຂອງ​ທ້ອງ​ຖີ່​ນ ຫຼື ​ເຈືອ​ຈາ​ນ​ເຂົ້າ​ກັບ​ບັນດາ​ການ​ລະ​ຫຼີ້ນພື້ນ​ເມືອງ.

ຂ່າວ/ບົດ​ອື່ນ