ສີສັນບຸນເຕັດ ຫວຽດນາມ ລົງພິມໃນໜັງສືພິມສາກົນ

(VOVWORLD) -ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ແມ່ນໂອກາດເພື່ອຈັດງານບຸນທີ່ເປັນມູນເຊື້ອຕ່າງໆ ແລະ ຜູກພັນບັນດາສະມາຊິກໃນຄອບຄົວ.
ສີສັນບຸນເຕັດ ຫວຽດນາມ ລົງພິມໃນໜັງສືພິມສາກົນ - ảnh 1 ເວັບໄຊ Wion
(ພາບ: baovanhoa.vn)

        ໃນຊຸມມື້ບຸນເຕັດຂອງ ຫວຽດນາມ, ມີໜັງສືພິມສາກົນຫຼາຍສະບັບໄດ້ມີຄວາມສົນໃຈຕໍ່ການດຳລົງຊີວິດທາງດ້ານເສດຖະກິດ, ວັດທະນະທຳຂອງຊາວ ຫວຽດນາມ ຜ່ານບັນຍາກາດຕ້ອນຮັບບຸນເຕັດ.

        ເວັບໄຊ Wion ມີສຳນັກງານຕັ້ງຢູ່ ອິນເດຍ ມີບົດຂຽນ “ບຸນປີໃໝ່ປະຈຳຊາດ 2023: ຕົ້ນກຳເນີດ, ມູນເຊື້ອ ແລະ ບັນດາສິ່ງທີ່ຄວນຮູ້”, ອະທິບາຍກ່ຽວກັບບຸນປີໃໝ່ປະຈຳຊາດຢູ່ ຫວຽດນາມ. ຕາມບົດຂຽນແລ້ວ, ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ແມ່ນໂອກາດເພື່ອຈັດງານບຸນທີ່ເປັນມູນເຊື້ອຕ່າງໆ ແລະ ຜູກພັນບັນດາສະມາຊິກໃນຄອບຄົວ.

        ສ່ວນໜັງສືພິມລາຍວັນ ຮວາໜາມ (ຈີນ) ແລະ ໜັງສືພິມ Jakarta (ອິນໂດເນເຊຍ) ໄດ້ລົງບົດຂຽນອະທິບາຍເຫດຜົນກ່ຽວກັບເລື່ອງຊາວ ຫວຽດນາມ ຕ້ອນຮັບບຸນເຕັດປີ ແມວ ຫາກບໍ່ແມ່ນປີ ເຖາະ ຄືບາງປະເທດອື່ນຢູ່ ອາຊີ. ຕາມໜັງສືພິມລາຍວັນ ຮວາໜາມ ອະທິບາຍວ່າ ໂຕແມວແມ່ນສັດທີ່ຂັດກັບໜູ ແລະ ກໍ່ແມ່ນສັດເຊິ່ງຊາວ ຫວຽດນາມ ລ້ຽງຫຼາຍທົ່ວໄປ. ສ່ວນໃນໜັງສືພິມ Jakarta ໃຫ້ຂໍ້ສັງເກດວ່າ, ປີ ແມວ ຈະນຳມາເຊິ່ງຄວາມໂຊກດີຫຼາຍຢ່າງ.

        ເວັບໄຊ Sortira Paris (sortiraparis.com) ຂອງ ຝລັ່ງ ກໍ່ໃຫ້ຮູ້ວ່າ ບຸນປີໃໝ່ປະຈຳຊາດ ໄດ້ຮັກສາຜ່ານຫຼາຍລຸ້ນຄົນຂອງຊາວ ຫວຽດນາມ. ບົດຂຽນກໍ່ແນະນຳບາງສະຖານທີ່ຕ້ອນຮັບບຸນເຕັດຢູ່ ປາຣີ ໃຫ້ແກ່ຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນທີ່ຢາກຊອກຮູ້ກ່ຽວກັບວັດທະນະທຳຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ