ສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງ ບີງເຟືອກ ຢູ່ນະຄອນຫລວງ ຮ່າໂນ້ຍ

(VOVWORLD) - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີຈໍ 2018, ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ບີງເຟືອກ
ສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງ ບີງເຟືອກ ຢູ່ນະຄອນຫລວງ ຮ່າໂນ້ຍ - ảnh 1ລະດູບານໃໝ່ປີຈໍ: ສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງ ບີງເຟືອກ 

ຈັດຕັ້ງລາຍການດ້ວຍຫົວຂໍ້ວ່າ: “ລະດູບານໃໝ່ປີຈໍ: ສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງ ບີງເຟືອກ” ແຕ່ວັນທີ 24 – 25 ກຸມພາ ຢູ່ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ, ຮ່າໂນ້ຍ.

        ຈຸດພົ້ນເດັ່ນຂອງລາຍການໃນປີນີ້ ນັ້ນແມ່ນການເຄື່ອນໄຫວສະແດງຂອງສິລະປະການຊາວເຜົ່າ ສະຕຽງ, ຂະແມ ທີ່ມາຈາກແຂວງ ບີງເຟືອກ. ນີ້ແມ່ນໂອກາດ ເພື່ອໃຫ້ແຂກທ່ອງທ່ຽວໄດ້ຮັບຊົມຄຸນຄ່າຂອງບາງປະເພດວັດທະນະທຳທີ່ບໍ່ແມ່ນວັດຖຸຂອງວົງຄະນະຍາດ ຊາວເຜົ່າ ສະຕຽງ, ຂະແມ, ພົວພັນແລກປ່ຽນໂດຍກົງກັບປະຊາຊົນ ເພື່ອມີຄວາມເຂົ້າໃຈຕື່ມອີກກ່ຽວກັບວັດທະນະທຳອັນລ້ຳຄ່າຂອງຊົນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ