ສີສັນຫຼາກຫຼາຍຂອງງານບຸນວັດທະນະທຳ,ທ່ອງທ່ຽວເຂດຕາເວັນອອກ

(VOVWORLD) - ເຂົ້າຮ່ວມງານບຸນມີການນຳຂັ້ນສູງຂອງພັກ, ລັດ ຫວຽດນາມ. ນີ້ແມ່ນງານບຸນທີ່ມີຂອບຂະຫນາດໃຫຍ່, ໂດຍແຂວງ ຫາຍເຢືອງ ຈັດຕັ້ງເປັນຄັ້ງທຳອິດເພື່ອຂ່ຳນັບຮັບຕ້ອນປີໃໝ່ 2019
ສີສັນຫຼາກຫຼາຍຂອງງານບຸນວັດທະນະທຳ,ທ່ອງທ່ຽວເຂດຕາເວັນອອກ - ảnh 1 ການສະແດງສິລະປະທີ່ງານບຸນ

ຕອນຄ່ຳວັນທີ 30 ທັນວາ, ຢູ່ນະຄອນ ຫາຍເຢືອງ, ແຂວງ ຫາຍເຢືອງ, ໄດ້ໄຂງານບຸນວັດທະນະທຳ, ທ່ອງທ່ຽວເຂດຕາເວັນອອກ ປີ 2018. ເຂົ້າຮ່ວມງານບຸນມີການນຳຂັ້ນສູງຂອງພັກ, ລັດ ຫວຽດນາມ. ນີ້ແມ່ນງານບຸນທີ່ມີຂອບຂະຫນາດໃຫຍ່, ໂດຍແຂວງ ຫາຍເຢືອງ ຈັດຕັ້ງເປັນຄັ້ງທຳອິດເພື່ອຂ່ຳນັບຮັບຕ້ອນປີໃໝ່ 2019 ດ້ວຍຫົວຂໍ້ວ່າ “Carnaval - ຫາຍເຢືອງ ລະດູບານໃໝ່”. ທ່ານ ຫງວຽນເຢືອງທ໊າຍ, ປະທານຄະນະກຳມະການປະຊາຊົນແຂວງ ຫາຍເຢືອງ, ໃຫ້ຮູ້ວ່າ:

        “ການເຄື່ອນໄຫວຕ່າງໆຂອງງານບຸນວັດທະນະທຳ ທ່ອງທ່ຽວເຂດຕາເວັນອອກຄັ້ງທີໜຶ່ງ ໄດ້ສະແດງໃຫ້ເຫັນສ່ວນໜຶ່ງຂອງຜົນງານຮອບດ້ານກ່ຽວກັບເສດຖະກິດ ຂອງສັງຄົມ, ແນະນຳຄວາມສາມາດບົ່ມຊ້ອນກ່ຽວກັບກະສິກຳ, ອຸດສາຫະກຳ, ການບໍລິການ, ການທ່ອງທ່ຽວຂອງແຂວງ ຫາຍເຢືອງ. ພ້ອມທັງເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອທີ່ໄດ້ເຕົ້າໂຮມກັ່ນຕອງຜ່ານຫຼາຍລຸ້ນຄົນ. ງານບຸນ Carnaval 2019 ແມ່ນໂອກາດເພື່ອໃຫ້ປະຊາຊົນໃນທົ່ວປະເທດມີຄວາມຮັກ ແລະ ຄວາມເຂົ້າໃຈກ່ຽວກັບເຂດດິນແດນ, ປະຊາຊົນ ຫາຍເຢືອງ ຂະຫຍັນຂັນເຄື່ອນ, ມີມູນເຊື້ອການປະຕິວັດ, ຮັກແພງແຂກຄົນ ແລະ ເຂັ້ມຂົ້ນໄປດ້ວຍສີສັນຊາດ.”

 

ຕອບກັບ

ຂ່າວ/ບົດ​ອື່ນ