ສ.ສະຫະພັນເຢຍລະມັນຖະແຫຼງວ່າISຢືນຢູ່ເບື້ອງຫຼັງກົນອຸບາຍວາງລະເບີດຢູ່Munich

ສ.ສະຫະພັນເຢຍລະມັນຖະແຫຼງວ່າISຢືນຢູ່ເບື້ອງຫຼັງກົນອຸບາຍວາງລະເບີດຢູ່Munich - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) –​ ວັນ​ທີ 01/01, ທ່ານ​ Joachim Herrmann, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວ​ງ​ພາຍ​ໃນ​ລັດ Bayern ຂອງສະ​ຫະ​ພັນ​ເຢຍ​ລະ​ມັ​ນ ໃຫ້​ຮູ້​ວ່າ, ກຳ​ລັງ​ຢືນ​ຢ​ູ່​ເບື້ອງ​ຫຼັງ​ແຜນ​ການ​ວາງ​ສະ​ເບີດກໍ່​ການ​ຮ້າຍ​ຢູ່​ນະ​ຄອ​ນ​ Munich ຂອງ​ລັດ​ນີ້ ແມ່ນ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ. ທ່ານ​ Herrmann ໃຫ້​ຮູ້​ວ່າ, ທ່ານ​ໄດ້​ຮັບ​ແຈ້ງ​ກ່ຽວ​ກັບ​ເຫດ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ໃນ​ຕອນ​ກາງ​ຄືນ ແນ​ໃສ່​ສະ​ຖາ​ນີ​ລົດ​ໄຟ Munich ແລະ ສະ​ຖາ​ນີ​ລົດ​ໄຟ Pasing. ຫຼັງ​ຈາກນັ້ນ, ຄຳ​ຫຼວ​ດ​ໄດ້​ອອກ​ແຈ້ງ​ການ​​ກ່າຍ​ເຕ​ືອນຢ່າງກວ້າງ​ຂວາງ​ເຖິງ​ປະ​ຊາ​ຊົນ ຜ່ານ​ບັນ​ດາ​ແວັບ​ໄຊ​ສື່​ສັງ​ຄົມ ແລະ ຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄົມ​ມະ​ນາ​ຄົມ​ກ່ຽວ​ຂ້ອງ​ເຖິງ​ສະຖາ​ນີ​ລົດ​ໄຟ 2 ແຫ່ງ​ດັ່ງ​ກ່າວ. ທ່ານກໍ່​ໃຫ້​ຮູ້​ວ່າ, ກົນ​ອຸ​ບາຍ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍນີ້​ກ່​ຽວ​ຂ້ອງ​ເຖິງ IS.

ຂ່າວ/ບົດ​ອື່ນ