ສື່ສານ ອົດສະຕາລີ ໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ

ສື່ສານ ອົດສະຕາລີ ໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ  - ảnh 1
ພາບ: Duc Tam/TTXVN

(vovworld) – ພາຍຫຼັງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕິ​ນຢຸງ ສິ້ນ​ສຸດ​ການ​ຢ້ຽມຢາມ ອົດ​ສະ​ຕາ​ລີ ​ຢ່າງດີງາມໃນ​ລະຫວ່າງ​ວັນ​ທີ 17-18/3, ໜັງສືພິມ​ຫຼາຍ​ສະບັບ​ຂອງອົດ​ສະ​ຕາ​ລີ ​​​ໄດ້ໃຫ້​ຂ່າວ​ກ່ຽວ​ກັບ​ໝາກຜົນ​ການ​ຢ້ຽມຢາມ​ຄັ້ງ​ນີ້​. ສຳນັກ​ຂ່າວ News ​ໃຫ້​ຂ່າວ ອົດ​ສະ​ຕາ​ລີ ​ແລະ ຫວຽດນາມ ​ໄດ້​​ເຊັນ​ສັນຍາ​ຂໍ້​ຕົກລົງ​ສະບັບ​ໜຶ່ງ​ໃນ​ຫຼາຍ​ຂົງ​ເຂດ​ຈາກ​ຄວາມສະຫງົບ​ປອດ​ໄພ​ເຖິງການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຕາມ News ​ແລ້ວ, ທ່ານ​ນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Tony Abbott ຕີ​ລາຄາ​ພິທີ​​ເຊັນ​ສັນຍາ​ຂໍ້​ຕົກລົງ​ຄູ່​ຮ່ວມ​ມື​ຮອບດ້ານ​ ​ແມ່ນ​ຂີດ​ໝາຍ​ປະຫວັດສາດ ສຳຄັນ​ໃນ​ການ​ພົວພັນ 2 ປະ​ເທດ. ການ​ພົວພັນ​ລະຫວ່າງ ອົດ​ສະ​ຕາ​ລີ-​ຫວຽດນາມ ​ແມ່ນ​ການ​ພົວພັນ​ໝັ້ນຄົງ, ​ເຂັ້ມ​ແຂງ ​ແລະ ພວມ​​ພັດທະນາ​ຢ່າງ​ຕໍ່​ເນື່ອງ, ຈະ​ໄດ້​ຮັບ​ການ​ປັບ​ປຸງ​ກ່ວາ​ອີກ ຖ້າ​ຫາກກາ​ນ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ໄດ້​ສຳ​ເລັດ​ໃນ​ປີ 2015. ກ່ຽວ​ກັບ​ການ​ຄ້າ, ໜັງສືພິມ The Australia ​ໄດ້​ຄັດ​ສະ​ເໜີຄຳ​ເວົ້າ​ຂອງທ່ານສາ​ສະ​ດາ​ຈານ Carl Thayer ​ໃຫ້​ຮູ້​ວ່າ ການ​ພົວພັນ 2 ຝ່າຍ​ຂອງ ອົດ​ສະ​ຕາ​ລີ-ຫວຽດນາມ ພວມ​ລື່ນ​ກາຍ​ການ​ພົວພັນ​ຄູ່​ຮ່ວມ​ມື ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ທີ່​ເປັນ​ມູນ​ເຊື້ອ​ແມ່ນ ​ໄທ ​ໂດຍ​ໄວ. ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ, ໜັງສືພິມ Skynews ​ແລະ The Australia ພ້ອມ​ກັບໜັງສືພິມ​ ​ອື່ນ​ໆຂອງອົດ​ສະ​ຕາ​ລີ ກໍ່​ໃຫ້​ຂ່າວ​ກອງທັບຫວຽດນາມ ຈະ​ເຂົ້າ​ຮ່ວມການ​ຝຶກ​ອົບຮົມ ​ແລະ ຊ້ອມ​ຮົບ​ພ້ອມ​ກັບ​ກຳລັງ​ປ້ອງ​ກັນຊາ​ດ ອົດ​ສະ​ຕາ​ລີ.

 



ຂ່າວ/ບົດ​ອື່ນ