ສື່ສານຕ່າງປະເທດໃຫ້ຂ່າວກ່ຽວກັບການຢ້ຽມຢາມຫວຽດນາມຂອງປະທານາທິບໍດີອາເມລິກາ



ສື່ສານຕ່າງປະເທດໃຫ້ຂ່າວກ່ຽວກັບການຢ້ຽມຢາມຫວຽດນາມຂອງປະທານາທິບໍດີອາເມລິກາ - ảnh 1
ພິທີຕ້ອນຮັບທ່ານ  ປະທານາທິບໍດີ​
ສະຫະລັດ​ອາ​ເມ​ລິ​ກາ Barack Obama
(ພາບ: Ngoc Thanh)

(vovworld) - ​ເຫດການ​ປະທານາທິບໍດີ​ສະຫະລັດ​ອາ​ເມ​ລິ​ກາ Barack Obama ມາ​ຢ້ຽມຢາມ ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ ໃນ​ລະຫວ່າງ​ວັນ​ທີ 23-25/5 ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ວົງ​ການ​ສື່ສານ ອາ​ເມ​ລິ​ກາ​ໃນ​ຊຸມ​ມື້​ຜ່ານ​ມາ. ໜັງສືພິມ​ລາຍ​ວັນ “The Hill“, ຂອງ​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ, ສະບັບ​ອອກ​ວັນ​ທີ 25/5 ​ໄດ້​ລົງ​ພິມ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ “ປະທານາທິບໍດີ​ Barack Obama ມາ ຫວຽດນາມ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມຄັ້ງ​ປະຫວັດສາດ“, ​ໃນ​ນັ້ນ​ໃຫ້​ຮູ້​ວ່າ, ປະທານາທິບໍດີ​ Barack Obama ຈະ​ມີ​ການ​ພົບ​ປະ ​ແລະ ​ເຈລະຈາ​ກັບ​ປະທານ​ປະ​ເທດ ຫວຽດນາມ ​ເຈິ່ນດ້າຍ​ກວາງ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ​ເພື່ອ​ແນ​ໃສ່​ປຶ​ກສາ​ຫາລື​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ. ສ່ວນ NBC ​ແລະ Fox News ກໍ່​ໃຫ້​ຂ່າວ​ວ່າ, ການ​ຢ້ຽມຢາມ​ຄັ້ງ​ນີ້​ຈະ​ຍົກ​ອອກ​ຄຳ​ໝັ້ນ​ສັນຍາ “ສ້າງ​ຄວາມ​ສົມ​ດູ​ນຄືນ​ໃໝ່“ ຢູ່​ອາຊີ - ປາຊີ​ຝິກຂອງ ປະທານາທິບໍດີ​ Barack Obama, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ: ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ວິທະຍາສາດ, ການ​ສຶກສາ ​ແລະ ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. NBC ຍັງ​ຕີ​ລາຄາ​ສອງ​ໃນ​ຈຳນວນ​ບັນດາ​ຈຸດ​ສຸມ​ຂອງ​ການ​ຢ້ຽມຢາມ​ ນັ້ນ​ແມ່ນ​ບັນຫາ​ໃຫ້​ສັດ​ຕະຍາ​ບັນ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຝິກ (TPP) ​ແລະ ​ເລື່ອງ ອາ​ເມ​ລິ​ກາ​ຍົກ​ເວັ້ນຄຳ​ສັ່ງ​ຫ້າມ​ອາວຸດ​ລ້າງ​ຜານສຳລັບ​ຫວຽດນາມ. ໜັງສືພິມ new York ຖື​ວ່າ, ສຳລັບ​ ປະທານາທິບໍດີ​ Barack Obama, ການ​ຢ້ຽມຢາມ ຫວຽດນາມ ນຳ​ມາ​ເຊິ່ງການລະ​ໂອກາດ​ເພື່ອປັບປຸງ​ນະ​ໂຍບາຍ​ສ້າງ​ຄວາມ​ສົມ​ດູ​ນ ​ເຊິ່ງທ່ານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ກັບ​ອາຊີ  ​ແລະ ​ເຮັດ​ໃຫ້​ບັນດາ​ສາຍ​ພົວພັນ​ດ້ານປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ເສດຖະກິດ​ກັບ ຫວຽດນາມ, ​ເຊິ່ງ​ແມ່ນປະ​ເທດ​ທີ່​ສຳຄັນໃນ​ພາກ​ພື້ນ​​ໃຫ້ນັບ​ມື້​ນັບ​ເລິກ​ເຊິ່ງກວ່າ​ອີກ. ສ່ວນ ໜັງສືພິມ Wall  ​ໄດ້​ໃສ່​ໃຈ​ວ່າ, ຍາກ​ທີ່​ຈະມີ​ປະ​ເທດ​ໃດ​ ທີ່ປະທານາທິບໍດີ​ Barack Obama ​ໄປຢ້ຽມຢາມ​ເປັນ​ເວລາ 3 ວັນ​ຄື​ຢູ່ ຫວຽດນາມ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ອາ​ເມ​ລິ​ກາ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ເລື່ອງ​ເປີດ​ກວ້າງ​ສາຍ​ພົວພັນ​ກັບ ຫວຽດນາມ. ສຳນັກ​ຂ່າວສານ CNN ​ເນັ້ນ​ໜັກ​ວ່າ, ການມາ​ຢ້ຽມຢາມ ຫວຽດນາມ​ຂອງ ປະທານາທິບໍດີ​ Barack Obama ​ແມ່ນ​ກາລະ​ໂອກາດ​ເພື່ອ​ສ້າງ​ຂີດ​ໝາຍ​ໃໝ່​ໃນ​ການ​ພົວພັນ​ສອງ​ຝ່າຍ. ນອກ​ນັ້ນ​ບັນດາ​ໜັງສືພິມ, ສຳນັກ​ຂ່າວສານ​ສາກົນ​ກໍ່​ໃຫ້​ຂ່າວ ​ແລະ ບົດ​ວິຈານ​ກ່ຽວ​ກັບ​ການ​ມາຢ້ຽມຢາມ ຫວຽດນາມ​ຂອງ ປະທານາທິບໍດີ​ Barack Obama. ສຳນັກ​ຂ່າວສານ Reuters ຂອງ​ອັງກິດ​ໃຫ້​ຂ່າວ​ວ່າ, ທ່ານ​ Barack Obama ​ແມ່ນ ປະທານາທິບໍດີ​ ອາ​ເມ​ລິ​ກາ​ຜູ້​ທີ 3 ມາ​ຢ້ຽມຢາມ ຫວຽດນາມ​ຢ່າງ​ລຽນຕິດນັບ​ແຕ່​ສອງປະ​ເທດ​ສ້າງ​ການ​ພົວພັນທາງ​ການ​ທູດ​ເປັນ​ປົກກະຕິ ​ເມື່ອ​ປີ 1995. ສຳນັກ​ຂ່າວສານ AFP ຂອງຝລັ່ງ ກໍ່​ຖື​ວ່າ, ປະທານາທິບໍດີ​ Barack Obama ພະຍາຍາມ​ສ້າງ​ຂີດ​ໝາຍ​ໃໝ່ ດ້ວຍ​ການ​ຢ້ຽມຢາມ  ຫວຽດນາມ​ຄັ້ງ​ນີ້.
       ວັນ​ທີ 23/05 ສຳນັກ​ຂ່າວສານ​ແຫ່ງ​ຊາດ ອັກ​ຊັງ​ຕິນ Telam ​ໃຫ້​ຂ່າວ​ວ່າ ປະທານາທິບໍດີ ອາ​ເມ​ລິກາ Barack Obama ມາ​ຮອດ ຮ່າ​ໂນ້ຍ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ ​ແລະ ການ​ທະຫານ​ລະຫວ່າງ 2 ປະ​ເທ​ດ​. ​ແລ​ະ​ໃນ​ວັນ​ດຽວ​ກັນ ໜັງສືພິມ Clarin ຂອງ ອັກ​ຊັງ​ຕິນ ​​ໄດ້​ລົງ​ພິມ​ຂ່າວ ​ແລະ ຮູບ​ພາບ​ທ່ານ Barack Obama ມາ​ຮອດ​ສະໜາມ​ບິນ​ສາກົນ ​ໂນ້ຍບ່າຍ ຢູ່ ຮ່າ​ໂນ້ຍ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ໜັງສືພິມ ຕີ​ລາຄາຕັ້ງໜ້າ​ກ່ຽວ​ກັບ​ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ເຖິ​ງ ຫວຽດນາມ ​ໃນ​ການ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການທ​ະຫານ. ວັນ​ທີ 22/05, ໜັງສື​ພິມ​ລາຍ​ວັນ La Repubbliaca ຂອງ​ ອີ​ຕາ​ລີ ກໍ່​ມີ​ບົດ​ຂຽນ​ກ່ຽວ​ກັບ​ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ເຖິງ ຫວຽດນາມ. ບົດຂ່າວ​​ເຕື້ອງ​​ເຖິງ​ບັນດາ​ບາດກ້າວ​ໃນ​ການ​ຮ່ວມ​ມືດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ, ພ້ອມທັງ ສະຫລຸບ​ວ່າການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ແມ່ນ​ດີງາມ​ຫລາຍ​ກ່ວາ​ເກົ່າ.

ຂ່າວ/ບົດ​ອື່ນ