ສືສານອີນເດຍ ໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ

ສືສານອີນເດຍ ໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ - ảnh 1
ທ່ານ​ເລຂາທິການ​ໃຫຍ່ຫງວຽນ​ຟຸຈ້ອງ
(ພາບປະກອບ)


(vovworld) - ​ໃນ​ລະຫວ່າງ​ວັນ​ທີ 18 - 19/11, ສື່ສານ​ອີນ​ເດຍ ພ້ອມ​ກັນ​ໃຫ້​ຂ່າວ​ກ່ຽວກັບ​ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽ​ດນາມ ຫງວຽນ​ຟຸຈ້ອງ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີອີນ​ເດຍ Manmohan Singh. ບັນດາ​ໜັງສືພິມ​ໃຫຍ່​ຄື: “Economic Times”, “Times of India”, “Hindu”, “Business Srandard” ​ແລະ ສື່ເອເລັກໂຕນິກ​ໄດ້​ຄັດ​ຄຳ​ໃຫ້ສຳພາດ​ຕໍ່​ສຳນັກ​ຂ່າວສານ PTI ຂອງ​ທ່ານ​​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ ​ໂດຍ​ເນັ້ນ​ໜັກ​ວ່າ ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຫວຽດນາມ ​ແລະ ອີນ​ເດຍ ຈະ​ຊຸກຍູ້​ການ​ພົວພັນ​ຢ່າງ​ແຮງ​ກວ່າ​ອີກ.

        ພິ​ເສດ, ວັນ​ທີ 19/11, ໜັງສືພິມ Hindu ​ໄດ້​ລົງ​ພິມປະຫວັດ​​ຫຍໍ້, ຮູບຂອງທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ ພ້ອມ​ກັບ​ບົດ​ຕອບ​ສຳພາດ​ຂອງ​ PTI ຂອງທ່ານ​ເລຂາທິການ​ໃຫຍ່. ບັນດາ​ໜັງສືພິມ​ກໍ່​ລົງ​ພິມ​ຫຼາຍ​ບົດ​​​ເຮັດ​ແຈ້ງ​ການ​ພົວພັນ​ມິດຕະພາບ​ມາ​ແຕ່​ດົນ​ນານ ​ແລະ ສະໜິດ​ແໜ້ນລະຫວ່າງ ຫວຽດນາມ ​ແລະ ອີນ​ເດຍ ທີ່​​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແຮງ ນັບ​ທັງ​ລວງ​ກວ້າງ ​ແລະ ລວງ​ເລີກ. ນອກຈາກ​ນັ້ນ, ຍັງ​ມີບັນດາ​ບົດ​ຂຽນ​ກ່ຽວ​ກັບຜົນງານ​ຂອງ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ການ​ຮ່ວມ​ສຳພັນ, ​ການເຊື່ອມ​ໂຍງ​ກັບສາກົນ​ຂອງ​ຫວຽດນາມ, ພ້ອມ​ກັບ​ບັນດາ​ພາບກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ອີກ​ດ້ວຍ.

      

ຂ່າວ/ບົດ​ອື່ນ