ສອງພາກເກົາຫຼີບໍ່ບັນລຸ ໄດ້ຂໍ້ຕົກລົງໃນຮອບ ເຈລະຈາທີ 5 ກ່ຽວກັບ Kaesong

ສອງພາກເກົາຫຼີບໍ່ບັນລຸ ໄດ້ຂໍ້ຕົກລົງໃນຮອບ ເຈລະຈາທີ 5 ກ່ຽວກັບ Kaesong - ảnh 1

(ພາບ:baotintuc.vn)

(vovworld) – ທ່ານ​ລັດຖະມົນຕີ​ກະຊວງ​ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ ສ​ເກົາຫຼີ ​ໃຫ້​ຮູ້​ວ່າ, ສ​ເກົາຫຼີ ​ແລະ ສປປ​ເກົາຫຼີ ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ໃນ​ຮອບ​ເຈລະຈາ​ຂັ້ນ​ນັກວິຊາການທີ 5 ກ່ຽວ​ກັບເຊື່ອມ​ຕໍ່ການ​ເຄື່ອນ​ໄຫວ​ຂອງ​ເຂດ​ອຸດສາຫະກຳ​ລວມ Kaesong ​ເຊິ່ງຖືກ​ອັດ​ປະຕູ​ໃນ 3 ​ເດືອນ​ຜ່ານ​ມາ. ຕາມ​ສື​ມວນ​ຊົນ ສ​ເກົາຫຼີ​ແລ້ວ, ການ​ເຈລະຈາ​ໄດ້​ສິ້ນ​ສຸດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 22/7, ພາຍຫຼັງ​ວາລະ​ປະຊຸມ​ຄົບ​ຄະນະ​ລະຫວ່າງ​ສອງ​ຄະນະ ​ແລະ ການ​ເຈລະຈາ​ລະຫວ່າງ​ຫົວໜ້າ​ຄະນະ​ຂອງ​ສອງ​ຝ່າຍ. ທີ່​ວາລະ​ປະຊຸມ​ຄົບ​ຄະນະ, ​ເຊີ​ອູ​ນ​ໄດ້​ສະ​ເໜີ​ຮ່າງ​ຂໍ້​ຕົກລົງ​ສະບັບ​ໜຶ່ງ, ​ໃນ​ນັ້ນພຽງ​ຢາງ​ພັດ​ຍົກ​ອອກ ການ​ຮັບປະກັນ​ບໍ່​ອັດ​ປະຕູ​ເຂດ​ອຸດສາຫະກຳ​ນີ້​ແຕ່​ຝ່າຍ​ດຽວ​ອີກ. ຝ່າຍ ສປປ​ເກົາຫຼີ ກໍ່​ຍົກ​ອອກ​ຂໍ້​ສະ​ເໜີ​ຂອງ​ຕົນ ​ແລະ ທັງ​ສອງ​ຝ່າຍ​ອີກ​ຄັ້ງ​ໜຶ່ງ​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ໃດໆ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ເຂດ​ອຸດສາຫະກຳ Kaesong.

ຂ່າວ/ບົດ​ອື່ນ