ສອງພາກເກົາຫລີ ຟື້ນຟູການເຄື່ອນໄຫວ ຂອງເຂດອຸດສາຫະກຳ Kaesong

ສອງພາກເກົາຫລີ ຟື້ນຟູການເຄື່ອນໄຫວ ຂອງເຂດອຸດສາຫະກຳ Kaesong - ảnh 1

(ພາບ:xa luan.com)

(vovworld)- ວັນ​ທີ 7/7, ສ​ເກົາຫລີ ​ແລະ ສປປ ​ເກົາຫລີ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ບົນ​ຫລັກການ​ເປີດ​ເຂດ​ອຸດສາຫະກຳ Kaesong ຄືນ​ໃໝ່​ຊື່​ງຖືກ​ປິດ​ປະຕູ​ໂດຍ​ຊົ່ວ​ຄາວນັບ​ແຕ່​ເດືອນ 4/2013. ຕາມ​ຖະ​ແຫລ​ງການ​ຮ່ວມ​ໃນ​ເວັບໄຊ​ຂອງກະຊວງ​ທ້ອນ​ໂຮມ​ຊາດ​ສ​ເກົາຫລີ ​ແລ້ວ, ​ເຊີ​ອຸນ ​ແລະ ພຽງ​ຢາງ ​ໄດ້​ຕົກລົງຟື້ນ​ຟູ​ການ​ເຄື່ອນ​ໄຫວ​ຂອງເຂດ​ອຸດສາຫະກຳ Kaesong ​ແລະ ຈະ​ດຳ​ເນີນ​ການ​ເຈລະຈາ​ຄັ້ງຕໍ່​ໄປ​ໃນ​ວັນ​ທີ 10/7 ຈະ​ມາ​ເຖິງ. ເຂດ​ອຸດສາຫະກຳ Kaesong ຖືກ​ຖື​ວ່າ​ແມ່ນ​ສັນຍາ​ລັກ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ແຫ່ງ​ດຽວ​ລະຫວ່າງ​ສອງ​ພາກ​ເກົາຫລີ ​ແຕ່​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ວິກິດ​ການ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ນັບ​ແຕ່​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ເມື່ອ​ປີ 2004 ພາຍຫລັງທີ່​ພຽງ​ຢາງ ປະກາດ​ປິດ​ປະຕູ​ເມື່ອ​ວັນ​ທີ 9/4 ​ແລະ ຖອນ​ກຳມະກອນ ສປປ ​ເກົາຫລີ​ ​ເຮັດວຽກ​ໃນ​ບໍລິສັດ​ຂອງ ສ​ເກົາຫລີ ຢູ່​ເຂດ​ນີ້ກ່ວາ 100 ​ແຫ່ງລວມທັງ​ໝົດ 53.000 ຄົນ. ຫລັງ​ຈາກ​ນັ້ນ, ວັນ​ທີ 26/4, ສ​ເກົາຫລີ ກໍ່​ຕົກລົງ​ຖອນ​ພາລະ​ກອນ​ປະ​ເທດ​ນີ້​ອອກ​ຈາກເຂດ​ອຸດສາຫະກຳ Kaesong ພາຍຫລັງ​ທີ່​ພຽງ​ຢາງ ປະຕິ​ເສດ​ຂໍ້​ສະ​ເໜີ​ດຳ​ເນີນ​ການ​ເຈລະ​ຈາ​ຂອງ​ເຊີ​ອຸນ.

 

 

 

 

 

ຂ່າວ/ບົດ​ອື່ນ