ສ່ອງແສງບັນດາຜົນງານໃນການພັດທະນາເສດຖະກິດ,ສັງຄົມຂອງປະເທດຊາດຢ່າງຮອບດ້ານ

ສ່ອງແສງບັນດາຜົນງານໃນການພັດທະນາເສດຖະກິດ,ສັງຄົມຂອງປະເທດຊາດຢ່າງຮອບດ້ານ - ảnh 1
ງານ​ບຸນສື່ມວນ​ຊົນ​ລະ​ດູ​ບານ​ໃໝ່​ປີ​ລະ​ກາ 2017 ຢູ່​ແຂວງ​ອຽນ​ບ໋າຍ
(ພາບ: TTXVN)


(vovworld) - ວັນ​ທີ 18/01, ຢູ່​ສູນກອງ​ປະ​ຊຸມ​ແຂວງ​ອຽນ​ບ໋າຍ, ສະ​ມາ​ຄົມ​ນັກ​ຂ່າວ​ອຽນ​ບ໋າຍ, ພະ​ແນກ​ຖະ​ແຫຼງ​ຂ່າວ ແລະ ສື່ມ​ສານ​ສົມ​ທົບ​ກັບ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ອຽນ​ບ໋າຍ ໄດ້​ຈັດງານ​ບຸນສື່ມວນ​ຊົນ​ລະ​ດູ​ບານ​ໃໝ່​ປີ​ລະ​ກາ 2017. ດ​້​ວຍ​ຫົວ​ຂ​ໍ້​ວ່າ “ຊົມ​ເຊີຍ​ປະ​ເທດ​ຊາດ, ບ້ານ​ເກີດ​ເມືອງນອນ​ແຫ່ງ​ການ​ປ່ຽນ​ໃໝ່, ຊົມ​ເຊີຍ​ພັກທີ່​ສະ​ຫງ່າ​ລາ​ສີ, ຊົ​ມ​ເຊີຍ​​ປີ​ໃໝ່​ປີ​ລະ​ກາ 2017”, ບັນ​ດາ​​ສື່​ສິ່ງພິມ​ສະ​ບັບ​ປີ​ໃໝ່ ໄດ​້​ສ່ອງ​ແສງ​ບັນ​ດາ​ຜົນ​ງານ​ຂອງ​ທ້ອງ​ຖິ່ນ, ຂອງ​ປະ​ເທດ​ຊາດ​ໃນ​ທຸກ​ຂົງ​ເຂດ​ຄື: ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ… ປີ 2016; ບັນ​ຍາ​ກາດ​ຕ້ອນ​ຮັບບຸນ​ປີ​ໃໝ່ ແລະ ບັນ​ດາ​ຄວາມ​ຫວັງ​ຕໍ່​ໜ້າ​ປີ​ໃໝ່ 2017. ງານ​ບຸນສື່ມວນ​ຊົນ​ປີ​ໃໝ່​ປີ​ລະ​ກາ 2017 ​ດຳ​ເນີນ​ຮອດ​ວັນ​ທີ 21/01 ຈຶ່ງ​ຈະ​ອັດ​ລົງ.

        ວັນ​ທີ 18/01, ຢູ່​ຫໍ​​ສະ​ໝຸດ​ແຂວງກວາງ​ນິງ, ສະ​ມາ​ຄົມ​ນັກ​ຂ່າວ​ແຂວງກວາງ​ນິງ ໄດ້​ສົມ​ທົບ​ກັບ​ຫໍ​ສະໝຸ​ດກວາງ​ນິງ ຈັດ​ຕັ້ງ​ພິ​ທີ​ໄຂ​ງານ​ບຸນສື່ມວນ​ຊົນ​ປີ​ໃໝ່​ປີ​ລະ​ກາ 2017. ບັນ​ດາ​ສື່​ສິ່ງ​ພິມ​​ຢູ່​ທີ່​ນີ້ໄດ້​ສຸ​ມ​ໃສ່​ສ່ອງ​ແສງ​ຊີ​ວິດ​ສັງ​ຄົມ​ຢ່າງ​ຮອບ​ດ້ານ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂ​ອງ​ແຂວງກວາງ​ນິງ ແລະ ທົ່ວ​ປະ​ເທດ​ໃນ​ປີ 2016. ​ງານ​ບຸນສື່ມວນ​ຊົນ​ປີ​ໃໝ່​ປີ​ລະ​ກາ 2017 ແຂວງກວາງ​ນິງ ຈະດຳ​ເນີນ​ຮອດ​ວັນ​ທີ 01/02 ຈຶ່ງ​ຈະ​ອັດ​ລົງ.

ຂ່າວ/ບົດ​ອື່ນ