ສອງໜ້າທີ່ໃຈກາງຂອງລັດຖະບານ ແມ່ນຕ້ານໂລກລະບາດຢ່າງມີປະສິດທິຜົນ ແລະ ປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ

(VOVWORLD) -ຕອນບ່າຍວັນີ 28 ກໍລະກົດ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີມອບຂໍ້ຕົກລົງໃຫ້ແກ່ສະມາຊິກລັດຖະບານອາຍຸການສະພາແຫ່ງຊາດຊຸດທີ 15. ທ່ານ ປະທານປະເທດຫງວຽນຊວນຟຸກ , ທ່ານນາຍົກລັດຖະມົນຕີ ຝ້າມມິນຈີ້ງ ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.
ສອງໜ້າທີ່ໃຈກາງຂອງລັດຖະບານ ແມ່ນຕ້ານໂລກລະບາດຢ່າງມີປະສິດທິຜົນ ແລະ ປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ - ảnh 1ທ່ານ ປະທານປະເທດຫງວຽນຊວນຟຸກ , ທ່ານນາຍົກລັດຖະມົນຕີ ຝ້າມມິນຈີ້ງ ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ພ້ອມດ້ວຍບັນດາສະມາຊິດລັດຖະບານ

ທີ່ພິທີ, ທ່ານ ປະທານປະເທດຫງວຽນຊວນຟຸກ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງບັນດາຮອງນາຍົກລັດຖະມົນຕີຄື : ທ່ານ ຝ້າມບິງມິນ, ທ່ານ ເລມິນຄ້າຍ, ທ່ານເລວັນແທ່ັງ, ທ່ານ ວູ້ດຶກດາມ ບໍ່ມີໜ້າຍ້ອນພວມປະຕິບັດໜ້າທີ່ຕ້ານໂລກລະບາດຢູ່ພາກໃຕ້. ທ່ານ ປະທານປະເທດຫງວຽນຊວນຟຸກ ກໍຍັງ ມອບຂໍ້ຕົກລົງແຕ່ງຕັ້ງລັດຖະມົນຕີ 22 ທ່ານ ແລະ ຫົວໜ້າຂະແໜງ, ແລະ ກໍໃນພິທີ, ທ່ານ ປະທານປະເທດຫງວຽນຊວນຟຸກ ຍັງສະແດງຄວາມເຊື້ອໝັ້ນວ່າ ທ່ານນາຍົກລັດຖະມົນຕີ ຝ້າມມິນຈີ້ງ, ບັນດາຮອງນາຍົກລັດຖະມົນຕີ ພ້ອມກັບບັນດາສະມາຊິກລັດຖະບານອາຍຸການ 2021 – 2026ຈະເຮັດຫຼ້ອນໜ້າທີ່ຊຶ່ງໄດ້ຮັບມອບໝາຍເປັນຢ່າງດີ.  ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຝ້າມມິນຈີ້ງ ຢືນຢັນວ່າ :

    “ ໃນສະພາບການປັດຈຸບັນ, ເມື່ອໂລກລະບາດພວມຜັນແປຢ່າງສັບສົນໃນພາກພື້ນ ແລະ ໃນໂລກ , ລັດຖະບານໄດ້ກຳນົດ 2 ໜ້າທີ່ໃຈກາງ ນັ້ນແມ່ນຕ້ານໂລກລະບາດຢ່າງມີປະສິດທິຜົນ ແລະ ປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ ຊຶ່ງສະພາແຫ່ງຊາດໄດ້ຮັບຮອງເອົາ,  ຮັບປະກັນການຊ່ວຍໜູນສັງຄົມ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ເຊື່ອມໂຍງສາກົນ”

ຕອບກັບ

ຂ່າວ/ບົດ​ອື່ນ