ສະ​ກັດ​ກັ້ນ​ການ​ເຂົ້າ​ - ອອກ​ເມື​ອງ​ຢ່າງ​ຜິດ​ກົດ​ໝາຍ ຢ່າງເຖິງ​ຖອງ ເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ບັນດາກົມກອງໃນທົ່ວກຳລັງທະຫານປ້ອງກັນຊາຍແດນ ຮັກສາທ່າກຽມພ້ອມສູ້ຮົບ, ເພີ່ມທະວີການຄຸ້ມຄອງຊາຍແດນ, ຕໍ່ສູ້, ສະກັດກັ້ນບັນດາການເຄື່ອນໄຫວເຂົ້າ - ອອກເມືອງຢ່າງຜິດກົດໝາຍ ເພື່ອປະກອບສ່ວນເຂົ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ບໍ່ປະໃຫ້ເຂົ້າມາຫວຽດນາມ ຜ່ານທາງຊາຍແດນ.
ສະ​ກັດ​ກັ້ນ​ການ​ເຂົ້າ​ - ອອກ​ເມື​ອງ​ຢ່າງ​ຜິດ​ກົດ​ໝາຍ ຢ່າງເຖິງ​ຖອງ ເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພົນລະເມືອງ ຫວຽດນາມ ເຂົ້າເມືອງແບບຜິດກົດໝາຍ ໄດ້ຮັບການກວດກາທາງການແພດ
(ພາບ: TTXVN)

ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ສືບຕໍ່ມີບັນດາການຜັນແປຢ່າງສັບສົນ, ກອງບັນຊາການທະຫານປ້ອງກັນຊາຍແດນ ໄດ້ຮຽກຮ້ອງໃຫ້ບັນດາອົງການ, ກົມກອງ ຂອງທະຫານປ້ອງກັນຊາຍແດນ ຕ້ອງເຊື່ອມຊຶມ, ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ, ບໍ່ປະໃຫ້ພະຍາດແຜ່ລະບາດສູ່ຍັງບັນດາອົງການ, ກົມກອງຢ່າງເດັດຂາດ.

ບັນດາກົມກອງໃນທົ່ວກຳລັງທະຫານປ້ອງກັນຊາຍແດນ ຮັກສາທ່າກຽມພ້ອມສູ້ຮົບ, ເພີ່ມທະວີການຄຸ້ມຄອງຊາຍແດນ, ຕໍ່ສູ້, ສະກັດກັ້ນບັນດາການເຄື່ອນໄຫວເຂົ້າ - ອອກເມືອງຢ່າງຜິດກົດໝາຍ ເພື່ອປະກອບສ່ວນເຂົ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ບໍ່ປະໃຫ້ເຂົ້າມາຫວຽດນາມ ຜ່ານທາງຊາຍແດນ. ບັນດາກົມກອງກໍ່ໄດ້ເພີ່ມທະວີບັນດາມາດຕະການວິຊາການສ້າງແຜນຕໍ່ສູ້ກັບຄະດີຕ່າງໆທີ່ລະເມີດກົດໝາຍ ແລະ ປັບໄໝລົງໂທດຕາມຂໍ້ກຳນົດຂອງກົດໝາຍຢ່າງເຂັ້ມງວດ… ພ້ອມທັງ, ປຸກລະດົມຂະບວນການທົ່ວປວງຊົນ ເຂົ້າຮ່ວມການປ້ອງກັນ, ຕ້ານການເຂົ້າ - ອອກເມືອງຢ່າງຜິດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ