ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ແຊກ​ຊຶມ, ບໍ່​ລືມ ​ຄົ້ນ​ພົບ​ພະ​ຍາດ​ຢູ່​ພາຍ​ໃນ

(VOVWORLD) - ທີ່ການປະຊຸມຈັດຂຶ້ນໃນຕອນເຊົ້າວັນທີ 20 ມີນາທີ່ຮ່າໂນ້ຍ, ຄະນະຊີ້ນຳການປ້ອງກັນ ຕ້ານໂລກລະບາດ Covid-19 ແຫ່ງຊາດ ຢືນຢັນວ່າ: ການສະກັດກັ້ນພະຍາດຈາກພາຍນອກ ພວມໄດ້ປະຕິບັດຢ່າງເຖິງຖອງ ແຕ່ຕ້ອງລະມັດລະວັງ, ບໍ່ປະໝາດ, ຕ້ອງຜັນຂະຫຍາຍບັນດາມາດຕະການຮັບມືກັບຄວາມສ່ຽງຕິດເຊື້ອພະຍາດຈາກພາຍໃນວົງຄະນະຍາດ.
ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ແຊກ​ຊຶມ, ບໍ່​ລືມ ​ຄົ້ນ​ພົບ​ພະ​ຍາດ​ຢູ່​ພາຍ​ໃນ - ảnh 1

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ (ພາບ: VGP)

    ຄະນະຊີ້ນຳການປ້ອງກັນ ຕ້ານໂລກລະບາດ Covid-19 ແຫ່ງຊາດ ຢືນຢັນວ່າ: ບັນດາກຳລັງມີໜ້າທີ່ຮັບຜິດຊອບ ໄດ້ຄວບຄຸມຄວາມສ່ຽງອາດຈະເກີດໂລກລະບາດຈາກພາຍນອກໂດຍພື້ນຖານແລ້ວ ດ້ວຍບັນດາມາດຕະການຄົບຊຸດຄື: ຢຸດຕິການອອກວີຊາໂດຍຊົ່ວຄາວ, ຈັດການແຈ້ງອາການສຸຂະພາບ ແລະ ການວິໄຈໃຫ້ແກ່ຜູ້ກັບມາຈາກເຂດທີ່ເກີດ ໂລກລະບາດ. ທ່ານ ຫງວຽນແທັງລອງ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ:

   ຍຸດທະສາດການປ້ອງກັນ ຕ້ານໂລກລະບາດຂອງຫວຽດນາມ ແມ່ນສະກັດກັ້ນ, ພວກເຮົາໄດ້ສະກັດກັ້ນຢ່າງເຖິງຖອງແລ້ວ. ສຳລັບພົນລະເມືອງທຸກຄົນ ນັບທັງຊາວຕ່າງປະເທດທີ່ເຂົ້າມາຫວຽດນາມ ກໍ່ລ້ວນແຕ່ໄດ້ປະຕິບັດການແຍກຕົວ. ຫວ່າງແລ້ວນີ້, ຢູ່ແຂດແຍກຕົວ, ກໍ່ກວດພົບ 9 ກໍລະນີຕິດເຊື້ອພະຍາດ ຊື່ງແມ່ນພົນລະເມືອງມາຈາກເອີລົບ ແລະ ບາງປະເທດອາຊຽນ.

   ກ່າວຄຳເຫັນສະຫລຸບການປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຮຽກຮ້ອງໃຫ້ກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຈົ່ງປະຕິບັດຢ່າງເຂັ້ມງວດ ບັນດາຂໍ້ກຳນົດໃນເຂດແຍກຕົວ. ຄຽງຄູ່ກັນນັ້ນກໍ່ກະກຽມບັນດາເຄື່ອງອຸປະກອນການແພດຕື່ມອີກ ເພື່ອກຽມພ້ອມໃຫ້ແກ່ບັນດາກໍລະນີທີ່ອາດຈະເກີດຂຶ້ນ, ຍູ້ແຮງການແຈ້ງອາການສຸຂະພາບທົ່ວປວງຊົນ ແລະ ເອົາໃຈໃສ່ເບິ່ງແຍງສຸຂະພາບຜູ້ສູງອາຍຸ, ຜູ້ເປັນ ພະຍາດ, ຮ່າງກາຍອ່ອນເພຍ.

ຕອບກັບ

ຂ່າວ/ບົດ​ອື່ນ