ສະ​ຖາ​ນີ ວິ​ທະ​ຍຸ​ກະ​ຈາ​ຍ​ສຽງ ຫວຽດ​ນາມ ຍາດ​ໄດ້ 5 ລາງວັນສື່ມວນ​ຊົນ ຢຽນ​ຮົ່ງ

(VOVWORLD) - ບັນດາຜົນງານທີ່ໄດ້ຮັບລາງວັນລ້ວນແຕ່ ໄດ້ໄຈແຍກຢ່າງເລິກເຊິ່ງ ບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພາປະຊາຊົນ ທຸກຂັ້ນ ແລະ ຜູ້ແທນໂດຍປະຊາຊົນເລືອກຕັ້ງ, ປະກອບສ່ວນເຜີຍແຜ່ໂຄສະນາ ຢ່າງຄົບຖ້ວນ ບັນດາລັດຖະນະໂຍບາຍ ຂອງສະພາແຫ່ງຊາດ, ສະພາປະຊາຊົນ ໄປເຖິງຜູ້ມີສິດເລືອກຕັ້ງ.
ສະ​ຖາ​ນີ ວິ​ທະ​ຍຸ​ກະ​ຈາ​ຍ​ສຽງ ຫວຽດ​ນາມ ຍາດ​ໄດ້ 5 ລາງວັນສື່ມວນ​ຊົນ ຢຽນ​ຮົ່ງ - ảnh 1ບັນດາຜູ້ແທນ ເຂົ້າຮ່ວມ ພິທີມອບລາງວັນສື່ມວນຊົນທົ່ວປະເທດ ກ່ຽວກັບສະພາແຫ່ງຊາດ ແລະ ສະພາປະຊາຊົນ (ລາງວັນ ຢຽນຮົ່ງ) ຄັ້ງທີ 2 (ພາບ: VOV)

ພິທີມອບລາງວັນສື່ມວນຊົນທົ່ວປະເທດ ກ່ຽວກັບສະພາແຫ່ງຊາດ ແລະ ສະພາປະຊາຊົນ (ລາງວັນ ຢຽນຮົ່ງ) ຄັ້ງທີ 2 ປີ 2024 ໄດ້ດຳເນີນໃນຕອນຄ່ຳວັນທີ 5 ມັງກອນ, ຢູ່ຮ່າໂນ້ຍ. ເຂົ້າຮ່ວມພິທີມີທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດ ຫວຽດນາມ. ມີຜົນງານ 79 ຢ່າງ ໄດ້ຮັບການຄັດເລືອກ ເພື່ອມອບລາງວັນຢຽນຮົ່ງ ຄັ້ງທີ 2: ລວມມີ ລາງວັນ A 7 ລາງວັນ, ລາງວັນ B 14 ລາງວັນ, ລາງວັນ C 20 ລາງວັນ ແລະ ລາງວັນຊົມເຊີຍ 38 ລາງວັນ. ບັນດາຜົນງານທີ່ໄດ້ຮັບລາງວັນລ້ວນແຕ່ ໄດ້ໄຈແຍກຢ່າງເລິກເຊິ່ງ ບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພາປະຊາຊົນ ທຸກຂັ້ນ ແລະ ຜູ້ແທນໂດຍປະຊາຊົນເລືອກຕັ້ງ, ປະກອບສ່ວນເຜີຍແຜ່ໂຄສະນາ ຢ່າງຄົບຖ້ວນ ບັນດາລັດຖະນະໂຍບາຍ ຂອງສະພາແຫ່ງຊາດ, ສະພາປະຊາຊົນ ໄປເຖິງຜູ້ມີສິດເລືອກຕັ້ງ.

ໃນຄັ້ງນີ້, ສະຖານີ ວິທະຍຸກະຈາຍສຽງ ຫວຽດນາມ ມີ 5 ຜົນງານ ໄດ້ຮັບລາງວັນລວມມີ: ລາງວັນ A 1 ລາງວັນ ໃນປະເພດລາຍການກະຈາຍສຽງ, ລາງວັນ B 2 ລາງວັນ ແລະ ລາງວັນ ຊົມເຊີຍ 2 ລາງວັນ. ທີພິທີ, ຄະນະຈັດຕັ້ງໄດ້ປຸກລະດົມລາງວັນ ຢ້ຽນຮົ່ງຄັ້ງທີ 3 - ປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ