ສະ​ຖານກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Vladivostok ສະ​ແດງ​ຄວາມ​ຮູ້​ບຸນ​ຄຸ​ນ​ຕໍ່​ຜູ້​ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) - ທ່ານ ຫງວຽນຮ່ວາງຫວຽດ ໄດ້ເນັ້ນໜັກວ່າ ກຸ່ມນັກອາສາສະໝັກ ກາຍເປັນບ່ອນອີງທີ່ເປັນໜ້າໄວ້ເນື້ອເຊື່ອໃຈຢ່າງແທ້ຈິງ ຂອງປະຊາຄົມຊາວຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ສະ​ຖານກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ Vladivostok ສະ​ແດງ​ຄວາມ​ຮູ້​ບຸນ​ຄຸ​ນ​ຕໍ່​ຜູ້​ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານ ຫງວຽນຮ່ວາງຫວຽດ ຫົວໜ້າກົງສູນໃຫຍ່ ຫວຽດນາມ ປະຈຳ Vladivostokພົບປະກັບກຸ່ມນັກອາສາສະໝັກໜູນຊ່ວຍປະຊາຄົມປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

ວັນທີ 7 ກຸມພາ, ທ່ານ ຫງວຽນຮ່ວາງຫວຽດ ຫົວໜ້າກົງສູນໃຫຍ່ ຫວຽດນາມ ປະຈຳ Vladivostok (ສະຫະພັນ ລັດເຊຍ)  ໄດ້ພົບປະກັບກຸ່ມນັກອາສາສະໝັກໜູນຊ່ວຍປະຊາຄົມ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ແຂວງ Primorye ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາການປະກອບສ່ວນຂອງກຸ່ມນັກອາສາສະໝັກໃນໄລຍະເກືອບ 1 ປີທີ່ຜ່ານມາ. ເຂົ້າຮ່ວມການພົບປະມີບັນດາພະນັກກງານຂອງສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Vladivostok, ບັນດາສະມາຊິກໃນກຸ່ມອາສາສະໝັກ ດ້ວຍສະມາຊິກຫຼັກແຫຼ່ງແມ່ນນັກສຶກສາສັງກັດ ມະຫາວິທະຍາໄລ 2 ແຫ່ງໃນບໍລິເວນ ລວມມີ ມະຫາວິທະຍາໄລສັງລວມ ສະຫະພັນ ຕາເວັນອອກໄກ (DVFU) ແລະ ມະຫາວິທະຍາໄລການເດີນທະເລແຫ່ງຊາດ ທີ່ມີຊື່ວ່າ Nhevenskoy.

        ທ່ານ ຫງວຽນຮ່ວາງຫວຽດ ໄດ້ເນັ້ນໜັກວ່າ ກຸ່ມນັກອາສາສະໝັກ ກາຍເປັນບ່ອນອີງທີ່ເປັນໜ້າໄວ້ເນື້ອເຊື່ອໃຈຢ່າງແທ້ຈິງ ຂອງປະຊາຄົມຊາວຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ການເຄື່ອນໄຫວຂອງກຸ່ມອາສາສະໝັກໄດ້ສະແດງໃຫ້ເຫັນຈິດໃຈຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ, ຈິດໃຈປະຊາຄົມ, ອຸ້ມຊູຊ່ວຍເຫຼືອກັນ. ຕາງໜ້າເອກອັກຄະບັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ, ທ່ານ ຫງວຽນຮ່ວາງຫວຽດ ໄດ້ມອບໃບຍ້ອງຍໍຂອງເອກອັກຄະລັດຖະທູດ ໃຫ້ແກ່ສະມາຊິກຈຳນວນໜຶ່ງຂອງກຸ່ມນັກອາສາສະໝັກ.

        ວັນເຖືອງ/ນັກຂ່າວ VOV ປະຈຳ ສະຫະພັນ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ