ສະ​ຖານ​ທູດ ຈີນ​ຈັດ​ງານ​ລ້ຽງ ​ສະ​ເຫຼ​ີ​ມ​ສະຫຼອງ 70 ປີ ແຫ່ງວັນ​ຊາດ ປະ​ເທດ ສາ​ທາ​ ​ລະນະ​ລັດ​ປະ​ຊາ​ຊົນ ຈີນ

(VOVWORLD) -ຕອນຄ່ຳວັນທີ 26 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ຊຸ໊ງບົວ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ປະຈຳຫວຽດນາມ ແລະ ພັນລະຍາໄດ້ຈັດງານລ້ຽງຢ່າງສົມກຽດເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນສະຖາປະນາປະເທດ ສາທາລະນະລັດປະຊາຊົນ ຈີນ (1 ຕຸລາ 1949 – 1 ຕຸລາ 2019).
ສະ​ຖານ​ທູດ ຈີນ​ຈັດ​ງານ​ລ້ຽງ ​ສະ​ເຫຼ​ີ​ມ​ສະຫຼອງ 70 ປີ ແຫ່ງວັນ​ຊາດ ປະ​ເທດ ສາ​ທາ​ ​ລະນະ​ລັດ​ປະ​ຊາ​ຊົນ ຈີນ - ảnh 1ທ່ານ ເວືອງດິ່ງເຫ້ວ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຫວຽດນາມກ່າວຄຳເຫັນທີ່ງານລ້ຽງ (ພາບ: TTXVN) 

ໂດຍມີການເຂົ້າຮ່ວມຂອງ ທ່ານ ເວືອງດິ່ງເຫ້ວ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ແລະ ການນຳບັນດາກະຊວງ, ຄະນະຂະແໜງການ, ທ້ອງຖິ່ນ ຫວຽດນາມ…

        ກ່າວຄຳເຫັນທີ່ງານລ້ຽງ, ທ່ານ ຊຸ໊ງບົວ ເນັ້ນໜັກວ່າ ປີ 2020 ສອງປະເທດຈະສະເຫຼີມສະຫຼອງ 70 ປີແຫ່ງວັນ ສ້າງຕັ້ງການພົວພັນທາງການທູດ, ການພົວພັນລະຫວ່າງສອງປະເທດຈະຢືນຢູ່ໃນຈຸດເລີ່ມຕົ້ນຂອງປະຫວັດສາດໃໝ່, ສອງຝ່າຍຄວນປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກຢ່າງຮອບດ້ານ, ສືບຕໍ່ຜັນຂະຫຍາຍມິດຕະພາບທີ່ເປັນມູນເຊື້ອ ທີ່ບັນດາການນຳຜູ້ໄດ້ ເພີ່ມພູນຄູນສ້າງ.

        ໂດຍຕາງໜ້າໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ທ່ານເວືອງດິ່ງເຫ້ວ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານອັນໃຫຍ່ຫຼວງເຊິ່ງພັກ, ລັດ ແລະ ປະຊາຊົນ ຈີນບັນລຸໄດ້ໃນຕະຫຼອດ 70 ປີທີ່ຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັກວ່າ ຫວຽດນາມຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບ ຈີນ ຊຸກຍູ້ການພົວພັນຫວຽດນາມ - ຈີນ ໃຫ້ພັດທະນາຢ່າງມີສະຖຽນລະພາບ, ປອດໃສ ແລະ ໝັ້ນຄົງ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາຂອງພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ