ສະ​ຖາ​ນ​ທູດ ມາ​ເລ​ເຊຍ ສະ​ໜັບ​ສະ​ໜູນ​ ປະ​ຊາ​ຊົນ​ເຂດພາກ​ກາງ​ຫວຽດ​ນາມທີ່ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈາກ​ຝົນ​ຕົກ​ນ້ຳ​ຖ້ວມ

(VOVWORLD) - ໃນໂອກາດນີ້, ຍັງມີອຸປະກອນຈຳນວນໜຶ່ງທີ່ມີມູນຄ່າ 22.000 USD ຂອງສະຫະສະມາຄົມວິສາຫະກິດ ມາເລເຊຍ ປະຈຳ ຫວຽດນາມ ແລະ ເງິນຈຳນວນ 5000 USD ຂອງກຸ່ມບໍລິສັດ Gamuda ກໍ່ໄດ້ມອບໃຫ້ຝ່າຍຫວຽດນາມ
ສະ​ຖາ​ນ​ທູດ ມາ​ເລ​ເຊຍ ສະ​ໜັບ​ສະ​ໜູນ​ ປະ​ຊາ​ຊົນ​ເຂດພາກ​ກາງ​ຫວຽດ​ນາມທີ່ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈາກ​ຝົນ​ຕົກ​ນ້ຳ​ຖ້ວມ - ảnh 1ສະຖານທູດ ມາເລເຊຍ ສະໜັບສະໜູນ ປະຊາຊົນເຂດພາກກາງຫວຽດນາມທີ່ໄດ້ຮັບຜົນເສຍຫາຍຈາກຝົນຕົກນ້ຳຖ້ວມ (ພາບ: thanhtra.com.vn)

ວັນທີ  17 ທັນວາ, ໂດຍໄດ້ຮັບການມອບສິດຈາກ ການນຳກະຊວງການຕ່າງປະເທດ ຫວຽດນາມ, ການນຳກົມອາຊີຕາເວັນອອກສ່ຽງໃຕ້ - ອາຊີໃຕ້ - ປາຊີຟິກໃຕ້ ໄດ້ໃຫ້ການຕ້ອນຮັບທ່ານນາງ Sharifah Norhana Syed Mustaffa ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ມາເລເຊຍປະຈຳຫວຽດນາມ ເພື່ອຮັບເງິນຈຳນວນ 25.000 USD ຈາກລັດຖະບານ ມາເລເຊຍ ທີ່ສະໜັບສະໜູນປະຊາຊົນທີ່ໄດ້ຮັບຄວາມເສຍຫາຍຈາກຝົກຕົກນ້ຳຖ້ວມຢູ່ເຂດພາກກາງຫວຽດນາມທີ່ເກີດຂຶ້ນໃນເວລາມໍ່ໆມານີ້.      

        ໃນໂອກາດນີ້, ຍັງມີອຸປະກອນຈຳນວນໜຶ່ງທີ່ມີມູນຄ່າ 22.000 USD ຂອງສະຫະສະມາຄົມວິສາຫະກິດ ມາເລເຊຍ ປະຈຳ ຫວຽດນາມ ແລະ ເງິນຈຳນວນ 5000 USD ຂອງກຸ່ມບໍລິສັດ Gamuda ກໍ່ໄດ້ມອບໃຫ້ຝ່າຍຫວຽດນາມເຊັນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ