ສະຖານທູດ ລັດເຊຍ ຢູ່ ຊີຣີ ຖືກບຸກໂຈມຕີ

ສະຖານທູດ ລັດເຊຍ ຢູ່ ຊີຣີ ຖືກບຸກໂຈມຕີ - ảnh 1
ສະຖານທູດ ລັດເຊຍ ປະຈຳ ຊີຣີ ຖືກສັນສະເທືອນພາຍຫຼັງເຫດວາງລະເບີດ
(ພາບ: AFP)

(vovworld) – ຕອນ​ເຊົ້າ​ວັນ​ທີ 22/9, ມີ​​ລະ​ເບີດໜ່ວຍ​ໜຶ່ງ​ໄດ້​ແຕກ​ຢູ່​ພາຍ​ໃນ​ສະຖານທູດ ລັດ​ເຊຍ ປະຈຳ ຊີຣີ ​ເຮັດ​ໃຫ້​ລັດຖະກອນ​ສະຖານ​ທູດ 3 ຄົນ​ຖືກ​ຮັບ​ບາດ​ເຈັບ. ​ສາຍ​ເຫດຂອງເຫດການພວມ​ໄດ້​ຮັບ​ການ​ສືບສວນ, ​ເຮັດ​​ແຈ້ງ. ການ​ບຸກ​ໂຈມ​ຕີ​ເກີດ​ຂຶ້ນ​ພາຍຫຼັງ​​ຊ່ອງ​ໂທລະພາບ​ເລກ 1 ຂອງ​ລັດ​ເຊຍ ​ອອກ​ອາກາດ​ບົດ​ສຳພາດ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ລັດ​ເຊຍ Sergei Lavrov ກ່ຽວ​ກັບ​ບັນດາ​ຂໍ້​ກ່າ​ວຫາ​ນຳ​ໃຊ້​ກຳ​ລັງ​ອາວຸດ​ຂອງ​ຝ່າຍ​ຕາ​ເວັນ​ຕົກພຽງ 2, 3 ຊົ່ວ​ໂມງ​. ​ໃນ​ບົດ​ຕອບ​ສຳພາດ, ທ່ານ Lavrov ຖື​ວ່າ: ຝ່າຍ​ຕາ​ເວັນ​ຕົກ​ບໍ່​ສຸມ​ໃສ່​ຊອກຫາ​ມາດ​ຕະການ​ສັນຕິພາບ​ໃຫ້​ແກ່ ຊີຣີ, ​ຫາກ​ມີອຸບາຍ​ຊຸກຍູ້​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ທີ່ອະນຸຍາດ​ໃຫ້​ນຳ​ໃຊ້​ກຳລັງາ​ວຸດ​ເພື່ອ​ຕ້ານ ອຳ​ນາດການ​ປົກຄອງ Damascus. ທ່ານ Lavrov ​ໄດ້​ສະຫລຸບ​ວ່າ: ສຳລັບ​ສະພາບ​ການ​ຢູ່ ຊີຣີ, ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ຮັບປະກັນ​ມາດ​ຕະການ​ການ​ເມືອງ ບົນ​ຈິດ​ໃຈ​ຂອງ​ຂໍ້​ຕົກລົງ ​ເຊີ​ແນວ ​ໃນ​ວັນ​ທີ 30/6/2012 ທີ່​ມີ​ລາຍ​ເຊັນ​ຂອງ​ບັນດາ​ສະມາຊິກ​ຂອງ​ຄະນະ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ, ສະຫະພາບ ​ອາຣັບ (AL), ສະຫະພາບ ​ເອີ​ລົບ (EU) ​ແລ​ະ ບັນດາ​ປະ​ເທດ​ບ້ານ​ໃກ້​ຄຽງ​ຂອງ ຊີຣີ. ຂໍ້​ຕົກລົງ​ນີ້​ຕ້ອງ​ຮັບ​ຄວາມ​ເຫັນ​ດີ​ຈາກ​ທຸກ​ປະ​ເທດ ​ແລະ ຖື​ວ່າ​ນີ້​ແມ່ນພື້ນຖານ​ໜຶ່ງ​ດຽວ​ໃຫ້​ແກ່​ການ​​ແກ້​ໄຂ​ວິ​ກິດ​ການ​ຢູ່ ຊີຣີ.

ຂ່າວ/ບົດ​ອື່ນ