ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ວິ​ທະ​ຍຸ​ກະ​ຈາຍສຽງ ຫວຽດ​ນາມ

(VOVWORLD) -ທ່ານໂດຕຽນຊີ ໄດ້ລາຍງານຕໍ່ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກ່ຽວກັບບັນດາຜົນງານ ເຊິ່ງ ວິທະຍຸສອງປະເທດບັນລຸໄດ້ໃນໄລຍະທີ່ຜ່ານມາ, ເປັນຕົ້ນແມ່ນການໜູນຊ່ວຍ ລາວ ໃນຂົງເຂດວິຊາສະເພາະ.
ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ວິ​ທະ​ຍຸ​ກະ​ຈາຍສຽງ ຫວຽດ​ນາມ - ảnh 1ທ່ານ ໂດຕຽນຊີ ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ

ຕອນເຊົ້າວັນທີ 12 ຕຸລາ, ທ່ານ ໂດຕຽນຊີ ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ສະຖານທູດ ລາວ ປະຈຳ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ນຳໜ້າ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ວິທະຍຸກະຈາຍສຽງ ຫວຽດນາມ.

ທ່ານໂດຕຽນຊີ ໄດ້ລາຍງານຕໍ່ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກ່ຽວກັບບັນດາຜົນງານ ເຊິ່ງ ວິທະຍຸສອງປະເທດບັນລຸໄດ້ໃນໄລຍະທີ່ຜ່ານມາ, ເປັນຕົ້ນແມ່ນການໜູນຊ່ວຍ ລາວ ໃນຂົງເຂດວິຊາສະເພາະ. ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໂດຕຽນຊີ ໃຫ້ຮູ້ວ່າ:

ໃນໄລຍະຜ່ານມາ, ວິທະຍຸກະຈາຍສຽງ ສອງປະເທດ ຍາມໃດກໍ່ມີການສົມທົບກັນ ຜ່ານບັນດາໂຄງການລະອຽດ, ພິເສດແມ່ນໂຄງການແນະນຳກ່ຽວກັບເນື້ອໃນ, ລາຍການ, ປະເທດຊາດ ແລະ ຊາວ ຫວຽດນາມ ແລະ ປະເທດຊາດແລະຊາວ ລາວ. ພ້ອມທັງ ມີບັນດາໂຄງການຝຶກອົບຮົມ, ການໂອ້ລົມສົນທະນາ, ໂຄງການພົວພັນແລກປ່ຽນລະຫວ່າງວິທະຍຸກະຈາຍສຽງ ສອງປະເທດ.

ສ່ວນທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການນຳ, ພະນັກງານວິທະຍຸກະຈາຍສຽງ ຫວຽດນາມ ເຊິ່ງຍາມໃດກໍ່ສະຫງວນຄວາມເອົາໃຈໃສ່, ມານະພະຍາຍາມໃນການບຳລຸງສ້າງພະນັກງານ, ໜູນຊ່ວຍກ່ຽວກັບດ້ານເຕັກນິກ, ກໍ່ສ້າງ ບັນດາສະຖານນີ້ເຄື່ອງສົ່ງ ໃຫ້ແກ່ປະເທດລາວ. ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໃຫ້ຮູ້ວ່າ:

 

ຕອບກັບ

ຂ່າວ/ບົດ​ອື່ນ