ສະ​ຖານ​ທູດ ລາວ ປະ​ຈຳ ໄທ​ອວຍ​ພອນ​ວັນ​ຊາດ ຫວຽດ​ນາມ

(VOVWORLD) -ຕອນຄ່ຳວັນທີ 31 ສິງຫາ, ທ່ານເອກອັກຄະລັດຖະທູດ ລາວປະຈຳ ໄທ ຄຳພັນ ອັ່ນລາວັນ,  ໄດ້ນຳໜ້າຄະນະຜູ້ແທນສະຖານທູດລາວໄປຢ້ຽມຢາມ, ອວຍພອນຢູ່ສະຖານທູດ ຫວຽດນາມ ປະຈຳ ໄທ ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມ.
ສະ​ຖານ​ທູດ ລາວ ປະ​ຈຳ ໄທ​ອວຍ​ພອນ​ວັນ​ຊາດ ຫວຽດ​ນາມ - ảnh 1ທ່ານເອກອັກຄະລັດຖະທູດ ລາວປະຈຳ ໄທ ຄຳພັນ ອັ່ນລາວັນ ມອບຂອງຂັວນໃຫ້ແກ່ ສະຖານທູດ ຫວຽດນາມ ປະຈຳ ໄທ 

ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຄຳພັນ ໄດ້ເນັ້ນໜັກເຖິງຄຸນຄ່າຂອງການພົວພັນທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຄວາມສາມັກຄີແບບພິເສດ ແລະ ນ້ຳໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ, ທ່ານຫວັງວ່າ ລັດຖະບານ ແລະ ປະຊາຊົນສອງປະເທດຈະສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈ, ໜູນຊ່ວຍເຊິ່ງກັນແລະກັນ, ສະແດງໃຫ້ເຫັນນ້ຳໃຈສະໜິດຕິດພັນ ແລະ ມູນເຊື້ອຮັກແພງກັນ ລະຫວ່າງສອງຊາດ ຫວຽດນາມ - ລາວ.

ສ່ວນທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທັງ ໄດ້ຢັ້ງຢືນຄວາມປາດຖະໜາຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມທີ່ ໄດ້ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຖານອ້າຍນ້ອງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງຕື່ມອີກ, ບໍ່ພຽງແຕ່ໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5/9/1962 – 5/9/2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 – 18/7/2022) ເທົ່ານັ້ນ ຫາກຍັງໃນຕະຫຼອດການອີກດ້ວຍ. ຫວຽດນາມ ຈະສືບຕໍ່ຄຽງບ່າຄຽງໄຫລ່ກັບ ລາວຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ຊ່ວຍເຫຼືອເຊິ່ງກັນແລະກັນ, ພ້ອມກັນພັດທະນາ, ນຳເອົາຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກ ມາໃຫ້ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ