ສະຖານທູດ ຫວຽດນາມ ປະຈຳ ກາຕາ ຢື້ຢາມຖາມຂ່າວລະດົມກຳລັງໃຈທິມຊາດບານເຕະແຫ່ງຊາດ ຫວຽດນາມ

(VOVWORLD) - ວັນທີ 30 ທັນວາ, ທ່ານ ຫງວຽນດິ່ງທາວ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຫວຽດນາມ ປະຈຳ ກາຕາ ໄດ້ໄປຢື້ຢາມຖາມຂ່າວ, ລະດົມກຳລັງໃຈຄູຝຶກ Park Hang – seo ແລະ ບັນດານັກກິລາ
ສະຖານທູດ ຫວຽດນາມ ປະຈຳ ກາຕາ ຢື້ຢາມຖາມຂ່າວລະດົມກຳລັງໃຈທິມຊາດບານເຕະແຫ່ງຊາດ ຫວຽດນາມ - ảnh 1 ທ່ານ ຫງວຽນດິ່ງທາວ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຫວຽດນາມ ປະຈຳ ກາຕາ  ແລະ ຄູຝຶກ Park Hang – seo  (ເສື້ອສີແດງເບື້ອງຊ້າຍ)

ເນື່ອງໃນໂອກາດທິມຊາດບານເຕະ ຫວຽດນາມ ມີການຝຶກແອບຢູ່ ກາຕາ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນບານເຕະອາຊີ ປີ 2019 (Asian Cup 2019), ວັນທີ 30 ທັນວາ, ທ່ານ ຫງວຽນດິ່ງທາວ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຫວຽດນາມ ປະຈຳ ກາຕາ ໄດ້ໄປຢື້ຢາມຖາມຂ່າວ, ລະດົມກຳລັງໃຈຄູຝຶກ Park Hang – seo ແລະ ບັນດານັກກິລາ. ທ່ານເອກອັກຄະລັດຖະທູດ ຫງວຽນດິ່ງທາວ ໄດ້ສະແດງຄວາມປິຕິຊົມຊື່ນ ແລະ ຄວາມເອກອ້າງທະນົງໃຈກ່ຽວກັບທິມຊາດບານເຕະ ຫວຽດນາມ ທີ່ສາມາດຄ້ວາໄດ້ຫຼຽນຄຳ AFF Suzuki Cup 2018 ແລະ ໄລຍະຈະມາເຖິງແມ່ນເຂົ້າຮ່ວມງານແຂ່ງຂັນ Asian Cup 2019. ທ່ານເອກອັກຄະລັດຖະທູດ ຫງວຽນດິ່ງທາວ ຢັ້ງຢືນວ່າ ທາງສະຖານທູດ ຍາມໃດກໍ່ຮ່ວມເດີນທາງພ້ອມກັບທິມຊາດບານເຕະ ຫວຽດນາມ ໃນໄລຍະຝຶກຊ້ອມຢູ່ ກາຕາ ເພື່ອໃຫ້ການໜູນຊ່ວຍທີ່ຈຳເປັນ.

        ຄູຝຶກ Park Hang – seo ຢັ້ງຢືນວ່າ ຈະພ້ອມກັບນັກກິລາບານເຕະ ຫວຽດນາມ ສືບຕໍ່ມານະພະຍາຍາມອຸທິດສ່ວນຈົນສຸດຄວາມສາມາດຂອງຕົນໃນການແຂ່ງຂັນ Asian Cup 2019.

      

ຕອບກັບ

ຂ່າວ/ບົດ​ອື່ນ