ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ​ລັດ​ເຊຍ ຈັດ ​ລາຍ​ການ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່ 2023

(VOVWORLD) -ຕອນຄ່ຳວັນທີ 19 ມັງກອນ, ຢູ່ນະຄອນຫຼວງມົດສະກູ, ສະຫະພັນລັດເຊຍ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ໄດ້ຈັດ ລາຍການ “ຊົມເຊີຍລະດູບານໃໝ່ແຫ່ງບ້ານເກີດເມືອງນອນ, ສະບາຍດີປີໃໝ່ປີແມວ 2023”.

ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ​ລັດ​ເຊຍ ຈັດ ​ລາຍ​ການ​ຕ້ອນ​ຮັບ​ລະ​ດູ​ບານ​ໃໝ່ 2023 - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນລັດເຊຍ ດັ້ງມິງຄອຍ (ພາບ: VOV)

ກ່າວຄຳເຫັນໄຂລາຍການ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນລັດເຊຍ ດັ້ງມິງຄອຍ ໄດ້ຫວນຄືນ ການເຄື່ອນໄຫວທີ່ພົ້ນເດັ່ນຂອງສະຖານທູດໃນປີ 2022. ທ່ານເນັ້ນໜັກວ່າ ປີ 2022 ຜ່ານມາ ແມ່ນປີປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ມີຫຼາຍເຫດການເກີດຂຶ້ນໂດຍບັງເອີນ ຕໍ່ສະຖານທູດ, ປະຊາຄົມຊາວຫວຽດນາມ ອາໄສຢູ່ ສະຫະພັນ ລັດເຊຍ ກໍ່ຄືໃນທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມມານະພະຍາຍາມລວມ, ພະນັກງານ, ລັດຖະກອນສະຖານທູດ, ປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ. ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ໄດ້ອວຍພອນ ໃຫ້ທຸກຄົນ ປີໃໝ່ຈົ່ງມີຄວາມສະຫງົບສຸກ, ເບີກບານມ່ວນຊື່ນ ແລະ ມີຄວາມຜາສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ