ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ​ລັດ​ເຊຍ ສືບ​ຕໍ່​​ຮັບ​ພໍ່​ແມ່​ປະ​ຊາ​ຊົນ​ຫວຽດ​ນາມ ຍົກ​ຍ້າຍ​ຈາກ​ຢູ​ແກຼນ

(VOVWORLD) -ທ່ານ ຫງວຽນຕຸງເລິມ ຫົວໜ້າຄະນະປະຕິບັດວຽກງານປະຊາຄົມ ສະຖານທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ແບ່ງປັນວ່າ ສະຖານທູດຈະສືບຕໍ່ຕິດຕໍ່ພົວພັນກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງລັດເຊຍ ຢ່າງແໜ້ນແຟ້ນ ເພື່ອຮັບພໍ່ແມ່ປະຊາຊົນໝົດທຸກຄົນ ຢູ່ບັນດານະຄອນທາງທິດຕາເວັນອອກ ຢູແກຼນ ໄປຍັງ ລັດເຊຍ.
ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ​ລັດ​ເຊຍ ສືບ​ຕໍ່​​ຮັບ​ພໍ່​ແມ່​ປະ​ຊາ​ຊົນ​ຫວຽດ​ນາມ ຍົກ​ຍ້າຍ​ຈາກ​ຢູ​ແກຼນ - ảnh 1ພາບປະກອບ: TTXVN

ວັນທີ 14 ມີນາ, ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ໃຫ້ຮູ້ວ່າ, ປັດຈຸບັນ, ຍັງມີຊາວຫວຽດນາມ ປະມານ 65 – 70 ຄົນ ຢູ່ນະຄອນ Kherson, 24 ຄອບຄົວ ລວມມີ ຊາວຫວຽດນາມ 80 ຄົນຢູ່ນະຄອນ Mariupol, ຢູແກຼນ. ທ່ານ ຫງວຽນຕຸງເລິມ ຫົວໜ້າຄະນະປະຕິບັດວຽກງານປະຊາຄົມ ສະຖານທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ແບ່ງປັນວ່າ ສະຖານທູດຈະສືບຕໍ່ຕິດຕໍ່ພົວພັນກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງລັດເຊຍ ຢ່າງແໜ້ນແຟ້ນ ເພື່ອຮັບພໍ່ແມ່ປະຊາຊົນໝົດທຸກຄົນ ຢູ່ບັນດານະຄອນທາງທິດຕາເວັນອອກ ຢູແກຼນ ໄປຍັງ ລັດເຊຍ.

ກ່ອນໜ້ານັ້ນ, ຄະນະປະຕິບັດງານຂອງ ສະຖານທູດ ແລະ ສະມາຄົມຊາວຫວຽດນາມ ອາໄສຢູ່ ນະຄອນ Krasnodar ໄດ້ຮັບຊາວຫວຽດນາມ 14 ຄົນ ລວມມີຜູ້ໃຫຍ່ 11 ຄົນ ແລະ ເດັກນ້ອຍ 3 ຄົນ ໄປຍັງສະຖານທີ່ພັກອາໄສຊົ່ວຄາວຢູ່ Krasnodar ຢ່າງປອດໄພ. ນີ້ແມ່ນກຸ່ມພໍ່ແມ່ປະຊາຊົນຊາວຫວຽດນາມ ທຳອິດທີ່ອອກຈາກ Krasnodar ດ້ວຍຄະນະລົດພິເສດໂດຍກະຊວງປ້ອງກັນປະເທດລັດເຊຍຈັດໃຫ້ ເພື່ອຍົກຍ້າຍຊາວຕ່າງປະເທດ ໃນຂອບເຂດແລວທາງມະນຸດທະທຳ. ຄະນະລົດໄດ້ຮັບການປ້ອງກັນດ້ວຍລົດຫຸ້ມເກາະ ແລະ ນັກຮົບຈຳນວນໜຶ່ງ ໃນຕະຫຼອດໄລຍະເດີນທາງຈາກ Krasnodar ໄປຍັງສະຖານທີ່ເຕົ້າໂຮມກັນຢູ່ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ