ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອັນ ສືບ​ຕໍ່​ຍົກ​ອອກການ​ແຈ້ງ​ເຕືອນ​ສຳ​ລັບ​ປະ​ຊາ​ຊົນ ຫວຽດ​ນາມ

(VOVWORLD) -  ຕໍ່ໜ້າຄວາມສ່ຽງຂອງການປະທະກັນທີ່ນັບມື້ນັບມີການຜັນແປຢ່າງສັບສົນ ພາຍຫຼັງບັນດານາຍທະຫານຂັ້ນສູງຂອງກຳລັງ ຮາມາດສ ແລະ ເຮໂບລາ ເສຍຊີວິດ ພ້ອມທັງການກໍ່ການຮ້າຍທີ່ເກີດຂຶ້ນໃນວັນທີ 4 ສິງຫາ ນັ້ນ, ໃນວັນດຽວກັນ, ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອັນ  ກໍ່ໄດ້ອອກການແຈ້ງເຕືອນສຳລັບປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ປະເທດປະຈຳຖິ່ນ ຍົກສູງສະຕິລະວັງຕົວ.

ເພື່ອຮັບປະກັນຄວາມປອດໄພຢ່າງເດັດຂາດ, ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອັນ ໄດ້ແຈ້ງເຕືອນປະຊາຄົມຊາວ ຫວຽດນາມ ໃຫ້ຕິດຕາມ, ອັບເດດສະຖານະການເປັນປະຈຳໃນສື່ພາຫະນະສື່ມວນຊົນທີ່ມີຄວາມໄວ້ວາງໃຈສູງ; ຈຳກັດການໄປ-ມາເຂດເຕົ້າໂຮມຫຼາຍຄົນ, ເຂດທີ່ບໍ່ຮັບປະກັນຄວາມສະຫງົບ, ປອດໄພ, ເຂດທີ່ມີຄວາມສ່ຽງເກີດການບຸກໂຈມຕີຂອງບັນດາກຳລັງດັ່ງກ່າວເຂົ້າ ອິດສະຣາແອັນ. ພ້ອມດຽວກັນນັ້ນ, ກໍ່ປະຕິບັດບັນດາຂໍ້ກຳນົດ ແລະ ແນະນຳກ່ຽວກັບມາດຕະການປ້ອງກັນຄວາມສະຫງົບ, ປອດໄພຂອງອຳນາດການປົກຄອງປະເທດປະຈຳຖິ່ນຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ