ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ເດຍ ມາ​ນະ​ພະ​ຍາ​ຍາມ​ປົກ​ປ້ອງ​ພົນ​ລະ​ເມືອງ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ພວມມານະພະຍາຍາມເພື່ອປະຕິບັດວຽກງານປົກປ້ອງພົນລະເມືອງ, ຮັບປະກັນຄວາມປອດໄພ, ສຸຂະພາບ ແລະ ຊີວິດການເປັນຢູ່ໃຫ້ແກ່ພົນລະເມືອງ ຫວຽດນາມ ຢູ່ ປະເທດປະຈຳຖິ່ນ. 
ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ເດຍ ມາ​ນະ​ພະ​ຍາ​ຍາມ​ປົກ​ປ້ອງ​ພົນ​ລະ​ເມືອງ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານ ໂດະແທງຫ໋າຍ, ທີ່ປຶກສາສະຖານທູດ ຫວຽດນາມ ປະຈຳ ອິນເດຍ (ພາບ: VOV)

ໃນຊຸມວັນຜ່ານມາ, ສະພາບການໂລກລະບາດໂຄວິດ - 19 ຢູ່ ອິນເດຍ ມີການຜັນແປຢ່າງສັບສົນ, ອັນຕະລາຍ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ຄວາມສ່ຽງແຜ່ລະບາດແມ່ນສູງຫຼາຍ ດ້ວຍປະກົດມີການໄວຣັດ SARS – CoV – 2 ສາຍພັນໃໝ່ຫຼາຍລຸ້ນ. ຈຳນວນຜູ້ຕິດເຊື້ອ ກໍຄືຈຳນວນຜູ້ເສຍຊີວິດ ເພີ່ມຂຶ້ນລະດັບສະຖິຕິນັ້ນ ພວມເຮັດໃຫ້ລະບົບສາທາລະນະສຸກຂອງ ອິນເດຍ ຢືນຢູ່ຕໍ່ໜ້າສະພາບການຖືກພັງທະລາຍ.

        ໃນສະພາບການນັ້ນ, ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ພວມມານະພະຍາຍາມເພື່ອປະຕິບັດວຽກງານປົກປ້ອງພົນລະເມືອງ, ຮັບປະກັນຄວາມປອດໄພ, ສຸຂະພາບ ແລະ ຊີວິດການເປັນຢູ່ໃຫ້ແກ່ພົນລະເມືອງ ຫວຽດນາມ ຢູ່ ປະເທດປະຈຳຖິ່ນ. ທ່ານ ໂດະແທງຫ໋າຍ, ທີ່ປຶກສາສະຖານທູດ ຫວຽດນາມ ປະຈຳ ອິນເດຍ, ໃຫ້ຮູ້ວ່າ:

        “ນັບແຕ່ເມື່ອໂລກລະບາດແຜ່ລະບາດ, ໜຶ່ງໃນບັນດາບຸລິມະສິດຂອງ ສະຖານທູດ ແລະ ບັນດາອົງການຜູ້ຕາງໜ້າ ແມ່ນປົກປ້ອງພົນລະເມືອງ, ຈັດສົ່ງພົນລະເມືອງກັບຄືນເມືອປະເທດເພື່ອປ້ອງກັນໂລກລະບາດ. ດ້ວຍ 6 ຖ້ຽວບິນ, ພົນລະເມືອງ ຫວຽດນາມ ເກືອບ 1000 ຄົນ ໄດ້ກັບຄືນເມືອປະເທດຢ່າງປອດໄພ, ປັດຈຸບັນ ຍັງເຫຼືອປະມານ 100 ຄົນ ຢູ່ ອິນເດຍ. ສະຖານທູດ ຍາມໃດກໍຕິດຕໍ່ພົວພັນກັບພໍ່ແມ່ພີ່ນ້ອງ, ໂທລະສັບສາຍດ່ວນໄດ້ເປີດ 24 ຊົ່ວໂມງ ເພື່ອຮັບຟັງຄໍາເຫັນ, ຄວາມຫຍຸ້ງຍາກ ແລະ ຄວາມປາດຖະໜາຂອງປະຊາຊົນ…  ແລະ ເຮັດວຽກກັບບັນດາອົງການມີໜ້າທີ່ຮັບຜິດຊອບຂອງ ອິນເດຍ ອໍານວຍຄວາມສະດວກປິ່ນປົວໃຫ້ແກ່ກໍລະນີຖືກຕິດເຊື້ອ”.

        ທ່ານ ໂດະແທງຫ໋າຍ ໃຫ້ຮູ້ຕື່ມອີກວ່າ, ສະຖານທູດ ຫວຽດນາມ ຍັງໃຫ້ການໜູນຊ່ວຍກ່ຽວກັບເອກະສານ, ລະບຽບການ, ສະໜອງເຄື່ອງບັນເທົາທຸກໃຫ້ແກ່ພົນລະເມືອງ ຫວຽດນາມ ອາໄສ ຢູ່ ອິນເດຍ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ