ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ຈັດ​ວັນ​ບຸນ​ວັດ​ທະ​ນະ​ທຳ​ອ່​ວາຍ​ໜ້າ​ເມື່ອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ່ ໃນ​ໂອ​ກາດ​ພິ​ທີ​ ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ

(VOVWORLD) - ເຫດການໄດ້ຈັດຂຶ້ນດ້ວຍຫຼາຍການເຄື່ອນໄຫວທາງດ້ານວັດທະນະທຳສີລະປະຄື: ເຕັ້ນສາກບັນລະຍາຍດ້ວຍຫົວຂໍ້ “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ເປັນຊາວຫວຽດນາມ”.
ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ຈັດ​ວັນ​ບຸນ​ວັດ​ທະ​ນະ​ທຳ​ອ່​ວາຍ​ໜ້າ​ເມື່ອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ່ ໃນ​ໂອ​ກາດ​ພິ​ທີ​ ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ    - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ ກ່າວຄຳເຫັນທີ່ເຫດການ

ວັນທີ 29 ເມສາ ( ກົງກັບ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ) ແມ່ນວັນ ໄຫວ້ບູຊາເຈົ້າຊີວິດຮຸ່ງ. ໃນໂອກາດນີ້, ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ພ້ອມກັບສະມາຄົມພັນລະຍາ, ເສມີ ສົມທົບກັບສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ປະຈຳ ນະຄອນຫຼວງ ວໍຊິງຕັນ ຈັດວັນບຸນວັດທະນະທຳ ອ່ວາຍໜ້າເມື່ອຫາກົກເຄົ້າເຫງົ້າກໍ່. ເຫດການເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນ ຕໍ່ຄູນງາມຄວາມດີຂອງ ບັນພະບຸລຸດ ຜູ້ທີ່ໄດ້ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ຍ້ອງຍໍສັນລະເສີນຈຸດຄວາມງາມທາງດ້ານວັດທະນະທຳຂອງຊາວ ຫວຽດນາມ. ກ່າວຄຳເຫັນທີ່ເຫດການ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸງ ແບ່ງປັນວ່າ:

ພິທີໄຫວ້ບຸຊາເຈົ້າຊີວິດຮຸ່ງແມ່ນ ພິທີສຳຄັນທີ່ສຸດສຳລັບຊາວຫວຽດນາມ. ການສະເຫຼີມສະເຫຼີມເຫດການນີ້ຢູ່ຕ່າງປະເທດ ຍິ່ງມີຄວາມຈຳເປັນ ແລະ ມີຄວາມໝາຍອັນຍິ່ງໃຫຍ່ສຳລັບຊາວຫວຽດນາມ. ຢູ່ຕ່າງປະເທດຍິ່ງຈຳເປັນຕ້ອງມີຈິດໃຈສະໜິດຕິດພັນວົງຄະນະຍາດ ແມ່ນບ່ອນອີງແຫ່ງນ້ຳໃຈຂອງຊາດ. ເພາະສະນັ້ນ, ນີ້ແມ່ນຄວາມຕ້ອງການອັນຍິ່ງໃຫຍ່ຂອງ ຊາວຫວຽດນາມ ຢູ່ຕ່າງປະເທດ.

ເຫດການໄດ້ຈັດຂຶ້ນດ້ວຍຫຼາຍການເຄື່ອນໄຫວທາງດ້ານວັດທະນະທຳສີລະປະຄື: ເຕັ້ນສາກ, ບັນລະຍາຍດ້ວຍຫົວຂໍ້ “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ເປັນຊາວຫວຽດນາມ” ແລະ ແນະນຳໃຫ້ນ້ອງນ້ອຍ ແລະ ໄວໜຸ່ມວິທີເຮັດບົວລອຍ.

ຕອບກັບ

ຂ່າວ/ບົດ​ອື່ນ