ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ພວມພະຍາຍາມຮັບປະກັນສິດຜົນປະໂຫຍດອັນຊອບທຳໃຫ້ແກ່ນັກສຶກສາ ຫວຽດນາມ

(VOVWORLD) - ຫວ່າງແລ້ວນີ້ິ້, ອົງການປະຕິບັດກົດໝາຍວ່າດ້ວຍຄົນເຂົ້າເມືອງ ແລະ ພາສີ ອາເມລິກາ ໄດ້ປະກາດວ່າ 

       ນັກສຶກສາຕ່າງປະເທດທີ່ພວມຮ່ຳຮຽນຢູ່ ອາເມລິກາ ຈະຕ້ອງໄດ້ອອກຈາກປະເທດນີ້ ຫຼື ຖືກເນລະເທດ ຖ້າບັນດາມະຫາວິທະຍາໄລຢູ່ ອາເມລິກາ ໄດ້ຫັນປ່ຽນໄປສູ່ການຮຽນ-ການສອນທາງອອນລາຍ. ການຕັດສິນໃຈຄືດັ່ງກ່າວ ໄດ້ເຮັດໃຫ້ນັກສຶກສາຕ່າງປະເທດມີຄວາມເປັນຫ່ວງ ໃນສະພາບການໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນຢູ່ ອາເມລິກາ ກໍ່ຄືຈຳກັດການເດີນທາງໄປມາໃນໄລຍະນີ້.

ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ພວມພະຍາຍາມຮັບປະກັນສິດຜົນປະໂຫຍດອັນຊອບທຳໃຫ້ແກ່ນັກສຶກສາ ຫວຽດນາມ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຮ່າກິມງອັກ (ພາບ: VOV)

        ຕໍ່ໜ້າສະພາບການດັ່ງກ່າວ, ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ແຈ້ງການເຕືອນໃຫ້ນັກສຶກສາ ຫວຽດນາມ ຮັບຮູ້ໂດຍໄວ, ພ້ອມທັງ ສືບຕໍ່ແລກປ່ຽນກັບບັນດາອົງການເຈົ້າໜ້າທີ່ປະເທດປະຈຳຖິ່ນ ເພື່ອຊອກຮູ້ບັນດາຂັ້ນຕອນ, ລະບຽບການທີ່ກ່ຽວຂ້ອງເຖິງການກຳນົດດັ່ງກ່າວຢ່າງຈະແຈ້ງກ່ວາ, ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງນັກສຶກສາ ຫວຽດນາມ ທີ່ພວມອາໄສ ແລະ ຮ່ຳຮຽນຢູ່ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ