ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ໂຄສະນາວັດທະນະທຳ ຫວຽດນາມ ກັບເພື່ອນມິດສາກົນ

(VOVWORLD) -   ເມື່ອຕອບສຳພາດຕໍ່ສື່ມວນຊົນທີ່ງານວາງສະແດງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຟ້າມກວາງວີງ ແນະນຳກ່ຽວກັບປະເທດຊາດ
ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ໂຄສະນາວັດທະນະທຳ ຫວຽດນາມ ກັບເພື່ອນມິດສາກົນ - ảnh 1 ຮ້ານວາງສະແດງຂອງ ຫວຽດນາມ

ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ຫາກໍ່ສົມທົບກັບສູນການຄ້າສາກົນ ແລະ ອາຄານ Ronald Reagan ຈັດຕັ້ງງານວາງສະແດງສະຖານທູດສາກົນລະດູໜາວ (Winternational Embassy Showcase) ຄັ້ງທີ 6. ນີ້ແມ່ນໜຶ່ງໃນບັນດາເຫດການໂຄສະນາວັດທະນະທຳສາກົນປະຈຳປີຂະໜາດໃຫຍ່ສຸດຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ, ດຶງດູດການເຂົ້າຮ່ວມຂອງບັນດາອົງການທູຕານຸທູດ, ແຂກທ່ອງທ່ຽວ ແລະ ສື່ມວນຊົນ. ງານວາງສະແດງປີນີ້ ມີການເຂົ້າຮ່ວມຂອງ 39 ອົງການຕາງໜ້າການທູດປະຈຳນະຄອນຫຼວງ ວໍຊິງຕັນ, ມີແຂກເຂົ້າຊົມ ເກືອບ 5000 ຄົນ ພ້ອມກັບບັນດາອົງການສື່ມວນຊົນໃຫຍ່ ໄດ້ເຂົ້າຮ່ວມໃຫ້ຂ່າວຄື: Washington Post, Washington Diplomat.

        ເມື່ອຕອບສຳພາດຕໍ່ສື່ມວນຊົນທີ່ງານວາງສະແດງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຟ້າມກວາງວີງ ແນະນຳກ່ຽວກັບປະເທດຊາດ, ປະຊາຊົນ ແລະ ບັນດາຈຸດວັດທະນະທຳອັນດີງາມ, ການທ່ອງທ່ຽວ ແລະ ປະຫວັດສາດຂອງ ຫວຽດນາມ, ຢັ້ງຢືນວ່າງານວາງສະແດງແມ່ນເຫດການວັດທະນະທຳມີຄວາມໝາຍທີ່ສຸດ, ສ້າງກາລະໂອກາດໃຫ້ບັນດາອົງການທູຕານຸທູດປະຈຳນະຄອນຫຼວງ ວໍຊິງຕັນ ໄດ້ພົບປະແລກປ່ຽນ, ໂຄສະນາກ່ຽວກັບປະເທດຂອງຕົນ. ນີ້ກໍ່ແມ່ນໂອກາດເພື່ອເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງປະຊາຊົນ ອາເມລິກາ ກັບບັນດາປະເທດໃນໂລກ, ໃນນັ້ນ ມີ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ