ສະຖານທູດ ຫວຽດນາມ ປະຈຳ ໄທ ຈັດພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ທີ 2 ກັນຍາ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳໄທ ຟານຈິແທັງ ໄດ້ຢືນຢັນບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ ເຊິ່ງ ຫວຽດນາມ ບັນລຸໄດ້ໃນຕະຫຼອດໄລຍະ 77 ປີແຫ່ງການສ້າງສາ ແລະ ພັດທະນາ
ສະຖານທູດ ຫວຽດນາມ ປະຈຳ ໄທ ຈັດພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ທີ 2 ກັນຍາ - ảnh 1(ທ່ານເອກອັກຄະລັດຖະທູດ ຟານຈິແທັງ ກ່າວຄຳເຫັນທີ່ພິທີ)

        ຕອນຄ່ຳວັນທີ 26 ກັນຍາ, ສະຖານທູດ ຫວຽດນາມ ປະຈຳ ໄທ ໄດ້ຈັດພິທີສະເຫຼີມສະຫຼອງ 77 ປີແຫ່ງວັນຊາດປະເທດສສ. ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2022). ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳໄທ ຟານຈິແທັງ ໄດ້ຢືນຢັນບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ ເຊິ່ງ ຫວຽດນາມ ບັນລຸໄດ້ໃນຕະຫຼອດໄລຍະ 77 ປີແຫ່ງການສ້າງສາ ແລະ ພັດທະນາ ເປັນສິ່ງພິສູດໃຫ້ເຫັນຈິດໃຈສາມັກຄີ, ເຈດຈຳນົງ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງທົ່ວທັງຊາດ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ. ເມື່ອເຕື້ອງເຖິງການພົວພັນລະຫວ່າງ ຫວຽດນາມ ແລະ ໄທ, ທ່ານເອກອັກຄະລັດຖະທູດ ຟານຈິແທັງ ຢືນຢັນວ່າ:

        “ໄທ ແມ່ນຄູ່ຮ່ວມມື ແລະ ແມ່ນເພື່ອນມິດສຳຄັນແຖວໜ້າຂອງ ຫວຽດນາມ ໃນອາຊຽນ ແລະ ໃນໂລກ. ພາຍຫຼັງ 46 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ໄທ ໄດ້ພັດທະນາຢ່າງກະໂດດຂັ້ນ. ປີ 2023, 2 ປະເທດຈະສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ນີ້ຈະແມ່ນກາລະໂອກາດທີ່ຫາຍາກເພື່ອທົບທວນຄືນບັນດາຜົນງານທີ່ບັນລຸໄດ້ ແລະ ນຳການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່ໃນຊຸມປີຈະມາເຖິງ”.

ຕອບກັບ

ຂ່າວ/ບົດ​ອື່ນ