ສະ​ຖານ​ທູດ ຫວຽດ​ນາມ​ປະ​ຈຳ ອີ​ຢິບ ພ້ອມ​ແລ້ວ​ທີ່​ຈະ​ປົກ​ປ້ອງ​ພົນ​ລະ​ເມືອງ ​ຢູ່ລີ​ບີ

(VOVWORLD) - ຫວຽດນາມໄດ້ເຮັດວຽກກັບກະຊວງການຕ່າງປະເທດ ລີບີ ຢ່າງເປັນປະຈຳຜ່ານບັນດາຊ່ອງຕ່າງໆຖ້າຫາກມີ ຊາວຫວຽດນາມ ຢູ່ ລີບີແມ່ນ ຈະມີມາດຕະການປົກປ້ອງພົນລະເມືອງຢ່າງທັນການ.
ສະ​ຖານ​ທູດ ຫວຽດ​ນາມ​ປະ​ຈຳ ອີ​ຢິບ ພ້ອມ​ແລ້ວ​ທີ່​ຈະ​ປົກ​ປ້ອງ​ພົນ​ລະ​ເມືອງ ​ຢູ່ລີ​ບີ - ảnh 1ທ່ານ ເຈີ່ນແທງກົງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ 

ໃນສະພາບການສົງຄາມຢູ່ ລີບີ ທີ່ນັບມື້ນັບຮ້າຍແຮງຂຶ້ນ. ມີຫຼາຍປະເທດໄດ້ເລີ່ມຕົ້ນການສົ່ງພົນລະເມືອງໄປເຖິງເຂດປອດໄພ. ເມື່ອຕອບສຳພາດຕໍ່ນັກຂ່າວຂອງວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອີຍິບ, ທ່ານ ເຈີ່ນແທງກົງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ທັງຮັບຜິດຊອບໜ້າທີ່ການທູດຢູ່ ລີບີ ໃຫ້ຮູ້ວ່າ: ສະຖານທູດພວມຕິດຕາມສະພາບການສົງຄາມຢູ່ ລີບີ ໃນຊຸມວັນມໍ່ໆມານີ້ ແລະ ພາກສ່ວນກົງສູນປົກປ້ອງພົນລະເມືອງກຳລັງກວດກາຕິດຕາມຄືນຈຳນວນພົນລະເມືອງ ຫວຽດນາມ ຢູ່ລີບີ. ຕາມຜູ້ບໍຄຸ້ມຄອງຂອງອົງການກົງສູນ ຫວຽດນາມ ປະຈຳ ອີຢິບແລ້ວ, ບໍ່ມີພົນລະເມືອງຫວຽດນາມໃດໆທີ່ພວມຢູ່ ລີບີ. ແຕ່ວຽກງານການປົກປ້ອງພົນລະເມືອງຍັງຄົງໄດ້ຮັບການຜັນຂະຫຍາຍ ແລະ ສ້າງໂທລະສັບສາຍດ່ວນ, ພ້ອມທັງເຮັດວຽກກັບກະຊວງການຕ່າງປະເທດ ລີບີ ຢ່າງເປັນປະຈຳຜ່ານບັນດາຊ່ອງຕ່າງໆຖ້າຫາກມີ ຊາວຫວຽດນາມ ຢູ່ ລີບີແມ່ນ ຈະມີມາດຕະການປົກປ້ອງພົນລະເມືອງຢ່າງທັນການ.

ນັກຂ່າວ: ງອກແທງ vov ປະຈຳອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ