ສະ​ຖານ​ທູດ ຫວຽດ​ນາມປະ​ຈຳ​ລາວ ປະ​ກາດ​ກ່ຽວ​ກັບ​ການ​ເຂົ້າ​ເມືອງ ຫວຽດ​ນາມ

(VOVWORLD) -ຖະແຫຼງການໄດ້ຊີ້ແຈ້ງວ່າ ຢຸດຕິຊົ່ວຄາວການເຂົ້າເມືອງສຳລັບຊາວຕ່າງປະເທດທີ່ມາຈາກ 4 ປະເທດລວມມີ: ອິນເດຍ, ໄທ, ກຳປູເຈຍ ແລະ ລາວ ຊຶ່ງພວມມີການແຜ່ລະບາດຢ່າງແຮງຈາກໂລກລະບາດໂຄວິດ - 19 ຫຼືຜູ້ທີ່ໄດ້ພັກອາໄສ/ໄປຜ່ານບັນດາປະເທດນີ້ ພາຍໃນເວລາ 21 ວັນກ່ອນທີ່ຈະເຂົ້າ ຫວຽດນາມ, ຍົກເວັ້ນກໍລະນີມີຄວາມຈຳເປັນພິເສດ.
ສະ​ຖານ​ທູດ ຫວຽດ​ນາມປະ​ຈຳ​ລາວ ປະ​ກາດ​ກ່ຽວ​ກັບ​ການ​ເຂົ້າ​ເມືອງ ຫວຽດ​ນາມ - ảnh 1ພະນັກງານປ້ອມປ້ອງກັນຊາຍແດນ ດ່ານຊາຍແດນສາກົນ ລາວບາວ ປະຕິບັດລະບຽບການບໍລິຫານໃຫ້ແກ່ພົນລະເມືອງເຂົ້າເມືອງຈາກລາວ (ພາບ: TTXVN)

ວັນທີ 31 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ລາວໄດ້ອອກຖະແຫຼງການກ່ຽວກັບເລື່ອງເຂົ້າ ຫວຽດນາມ. ຖະແຫຼງການໄດ້ຊີ້ແຈ້ງວ່າ ຢຸດຕິຊົ່ວຄາວການເຂົ້າເມືອງສຳລັບຊາວຕ່າງປະເທດທີ່ມາຈາກ 4 ປະເທດລວມມີ: ອິນເດຍ, ໄທ, ກຳປູເຈຍ ແລະ ລາວ ຊຶ່ງພວມມີການແຜ່ລະບາດຢ່າງແຮງຈາກໂລກລະບາດໂຄວິດ - 19 ຫຼືຜູ້ທີ່ໄດ້ພັກອາໄສ/ໄປຜ່ານບັນດາປະເທດນີ້ ພາຍໃນເວລາ 21 ວັນກ່ອນທີ່ຈະເຂົ້າ ຫວຽດນາມ, ຍົກເວັ້ນກໍລະນີມີຄວາມຈຳເປັນພິເສດ.

ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນພາຍໃນປະເທດ,ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ສະເໜີໃຫ້ພໍ່ແມ່ປະຊາຊົນ ບໍ່ຄວນກັບຄືນປະເທດເທື່ອ, ຕ້ອງເພີ່ມທະວີບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກ່ວາອີກ, ປະຕິບັດບັນດາຂໍ້ກຳນົດຂອງລາວ ໃຫ້ເປັນຢ່າງດີ, ບໍ່ອອກຈາກບ່ອນພັກອາໄສ,ຍົກເວັ້ນກໍລະນີທີ່ຈຳເປັນຮີບເຮັ່ງ.

ສຳລັບກໍລະນີທີ່ມີຄວາມຕ້ອງການກັບຄືນປະເທດ ຍ້ອນມີເຫດຜົນພິເສດ, ຕ້ອງລົງທະບຽນນຳສະຖານທູດ ແລະ ບັນດາສະຖານກົງສູນໃຫຍ່ຫວຽດນາມ ປະຈຳລາວ ເພື່ອແລກປ່ຽນກັບບັນດາອົງການທີ່ມີໜ້າທີ່ຄວາມຮັບຜິດຊອບພາຍໃນປະເທດ, ສັບຊ້ອນບ່ອນແຍກຕົວເມື່ອເຂົ້າຫວຽດນາມ ໃຫ້ເໝາະສົມກັບຂໍ້ກຳນົດໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ສຳລັບບັນດາກໍລະນີທີ່ບໍ່ປະຕິບັດຕາມຂໍ້ກຳນົດກ່ຽວກັບການເຂົ້າ - ອອກເມືອງ, ຂ້າມຊາຍແດນ ຫຼືຈັດຕັ້ງການຂ້າມຊາຍແດນແບບຜິດກົດໝາຍ ຈະຖືກປັບໄໝຢ່າງເຂັ້ມງວດຕາມກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ