ສະ​ຖານ​ທູດ ຫ​ວຽດ​ນາມ​ປະ​ຈຳລາວໄວ້ອາໄລທ່ານ​ປະ​ທານ ສຸພານຸວົງ

(VOVWORLD) -  ວັນທີ 12 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວໄດ້ເຂົ້າຮ່ວມພິທີກຳທາງສາສະໜາພຸດເພື່ອ ອາໄລຫາທ່ານປະທານປະເທດ ສຸພານຸວົງ ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີ ແຫ່ງວັນຄ້າຍວັນເກີດຂອງທ່ານ.
ສະ​ຖານ​ທູດ ຫ​ວຽດ​ນາມ​ປະ​ຈຳລາວໄວ້ອາໄລທ່ານ​ປະ​ທານ ສຸພານຸວົງ - ảnh 1 (ຄະນະຜູ້ແທນສະຖານທູດ ຫວຽດນາມ ປະຈຳລາວ ອາໄລຫາທ່ານປະທານປະເທດ ສຸພານຸວົງ)

ກ່ອນໜ້ານັ້ນ, ຄະນະຜູ້ແທນສະຖານທູດ ຫວຽດນາມ ປະຈຳລາວ ແລະ ບັນດາອົງການຢູ່ຂ້າງສະຖານທູດໄດ້ໄປເຂດອະນຸສາວະລີ ທ່ານປະທານ ສຸພານຸວົງ ເພື່ອຖະຫວາຍດອກໄມ້ອາໄລຫາທ່ານປະທານປະເທດຄົນທຳອິດຂອງລັດປະຕິວັດລາວ - ແມ່ນເພື່ອນມິດຜູ້ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ. ທ່ານນາງ ຍອດແກ້ວມະນີ ສຸພານຸວົງ, ລູກສາວຂອງປະທານ ສຸພານຸວົງ ແບ່ງປັນວ່າ:

        “ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈເມື່ອເຫັນວ່າທຸກຄົນມາວາງພວງມາລາອາໄລຫາພໍ່ທີ່ຮັກແພງຂອງພວກຂ້າພະເຈົ້າ - ຜູ້ທີ່ໄດ້ອຸທິດສ່ວນໃຫ້ແກ່ໄມຕີຈິດມິດຕະພາບລະຫວ່າງ ຫວຽດນາມ - ລາວ. ຂໍສະແດງຄວາມຂອບໃຈເຖິງພັກ, ລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ໄດ້ເພີ່ມພູນຄູນສ້າງໃຫ້ແກ່ນ້ຳໃຈສາມັກຄີມິດຕະພາບ, ພ້ອມທັງປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການສ້າງສາ ແລະ ປົກປັກຮັກສາ ປະເທດຊາດ, ເຮັດໃຫ້ປະເທດລາວພວກເຮົາໃນວັນນີ້ມີສັນຕິພາບ, ສະຫງົບສຸກ ແລະ ພວມພັດທະນາ.”

ຕອບກັບ

ຂ່າວ/ບົດ​ອື່ນ